ຂ່າວສານ

ການສ້າງໂຄງປະກອບໂຮງງານທາດ ອາຊົດ ນິງບິ່ງ ຮັບປະກັນຄຸນນະພາບ, ຄວາມເປັນໄປໄດ້

ທຸກຂັ້ນ, ຂະແໜງການໄດ້ ແລະ ພວມມານະພະຍາຍາມແກ້ໄຂບັນດາສິ່ງຄົງຄ້າງຂອງບາງໂຄງການ ແລະ ວິສາຫະກິດຊ້າກັບຄວາມຄືບໜ້າ, ບໍ່ມີປະສິດທິຜົນຂຶ້ນກັບຂະແໜງອຸດສາຫະກຳ ແລະ ການຄ້າ...
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການເຮັດວຽກ (ພາບ: Dương Giang/TTXVN)  

ຕອນບ່າຍວັນທີ 13 ສິງຫາ, ຢູ່ແຂວງ ນິງບິ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານລັດຖະບານ ໄດ້ເຮັດວຽກກັບບໍລິສັດຈຳກັດຜູ້ດຽວ ທາດອາຊົດ ນິງບິ່ງ ເພື່ອກວດກາ, ພິຈາລະນາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຄັດຢູ່ໂຮງງານ ດັ່ງກ່າວ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ທຸກຂັ້ນ, ຂະແໜງການໄດ້ ແລະ ພວມມານະພະຍາຍາມແກ້ໄຂບັນດາສິ່ງຄົງຄ້າງຂອງບາງໂຄງການ ແລະ ວິສາຫະກິດຊ້າກັບຄວາມຄືບໜ້າ, ບໍ່ມີປະສິດທິຜົນຂຶ້ນກັບຂະແໜງອຸດສາຫະກຳ ແລະ ການຄ້າ, ໃນນັ້ນມີໂຄງການໂຮງງານທາດອາຊົດ ນິງບິ່ງ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ຄະນະກຳມະການຄຸ້ມຄອງທຶນລັດຖະບານຢູ່ວິສະຫະກິດ ສົມທົບກັບກຸ່ມ ບໍລິສັດທາດເຄມີ ຫວຽດນາມ ແລະ ບໍລິສັດຮີບເຮັ່ງສ້າງແຜນຮ່າງສ້າງໂຄງປະກອບ ໂຮງງານຄືນໃໝ່ທີ່ມີຄວາມສາມາດເປັນໄປໄດ້ຢ່າງແທດຈິງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ແຂວງ ນິງບິ່ງ ຕ້ອງຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາຂອງໂຮງງານ. ກຸ່ມບໍລິສັດຖ່ານຫີນ - ບໍ່ແຮ່ ຮັບປະກັນການສະໜອງຖ່ານຫີນໃຫ້ໂຮງງານທາດອາຊົດນິງບິ່ງ ເປັນປົກກະຕິ.


top