ຂ່າວສານ

ການສົ່ງອອກໄປຍັງ ອາເມລິກາ ເຕີບໂຕໃນເດືອນ ກຸມພາ

ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ຄາດວ່າວົງເງິນການຄ້າສາມາດບັນລຸກວ່າ 13 ຕື້ USD ໃນ 2 ເດືອນຕົ້ນປີ.
(ພາບປະກອບ: TTXVN)

ຕາມຕົວເລກຫຼ້າສຸດຂອງກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລ້ວ, ຍອດວົງເງິນສົ່ງອອກລະຫວ່າງ ຫວຽດນາມ - ອາເມລິກາ ເດືອນ ກຸມພາ ປີ 2023 ບັນລຸກວ່າ 7,8 ຕື້ USD, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ບັນລຸ 6,9 ຕື້ USD, ເພີ່ມຂຶ້ນ 6%.

ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ຄາດວ່າວົງເງິນການຄ້າສາມາດບັນລຸກວ່າ 13 ຕື້ USD ໃນ 2 ເດືອນຕົ້ນປີ. ໃນຮອບເວລາ 2 ເດືອນຕົ້ນປີ, ຫວຽດນາມ ມີສິນຄ້າສົ່ງອອກ 4 ປະເພດບັນລຸຍອດມູນຄ່າກວ່າ 1 ຕື້ USD ໄປຍັງຕະຫຼາດ ອາເມລິກາ, ລວມມີ: ພາຫະນະເຄື່ອງຈັກ, ເຄື່ອງຄອມພິວເຕີ, ຜະລິດເຄື່ອງເອເລັກໂຕນິກ ແລະ ເຄື່ອງອາໄຫຼ່. ໃນເດືອນ ກຸມພາ, ໃບສັ່ງຊື້ສິນຄ້າສິນໃນນ້ຳຂອງ ຫວຽດນາມ ກໍ່ມີສັນຍານທີ່ດີ, ດ້ວຍມູນຄ່າການສົ່ງອອກບັນລຸ 164 ລ້ານ USD. ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ, ໃຫ້ຮູ້ວ່າ:

“ເບິ່ງລວມແລ້ວ ທ່າອ່ຽງສົ່ງອອກບັນດາໝວດສິນຄ້າຂອງພວກເຮົາຍັງເຫັນໄດ້ອັດຕາເຕີບໂຕດີພໍສົມຄວນ. ຄ່າໃຊ້ຈ່າຍການຂົນສົ່ງສິນຄ້າ ພິເສດແມ່ນບັນດາຕະຫຼາດຢູ່ເຂດຫ່າງໄກຄື ອາເມລິກາ, ເອີລົບ ກັບຄືນສູ່ເປັນປົກກະຕິຄືກ່ໄລຍະອນເກີດໂລກລະບາດໂຄວິດ-19, ພ້ອມກັນນັ້ນມີບາງເທື່ອແມ່ນຕ່ຳກວ່າອີກ. ຍ້ອນເຫດນັ້ນ, ນີ້ກໍ່ແມ່ນປັດໄຈສະດວກເພື່ອໃຫ້ວິສາຫະກິດຂອງພວກເຮົາສາມາດຍູ້ແຮງການສົ່ງອອກ, ແລກປ່ຽນການຄ້າເວົ້າລວມ.”


top