ໃນ 6 ເດືອນຕົ້ນປີ 2026, ວົງເງິນສົ່ງອອກຂອງທົ່ວຂະແໜງຕ່ຳແຜ່ນຕັດຫຍິບບັນລຸກວ່າ 22 ຕື້ USD, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ພວມມານະພະຍາຍາມຮັກສາໃບສັ່ງຊື້ສິນຄ້າ, ຍົກສູງປະສິດທິຜົນ, ຄວບຄຸມລາຍຈ່າຍ, ເປັນເຈົ້າແຫຼ່ງວັດຖຸດິບ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ເພື່ອມຸ່ງໄປເຖິງເປົ້າໝາຍການສົ່ງອອກໃຫ້ບັນລຸ 48 ຕື້ USD ໃນປີ 2026.
ໃນ 6 ເດືອນຕົ້ນປີ 2026, ວົງເງິນສົ່ງອອກຂອງທົ່ວຂະແໜງຕ່ຳແຜ່ນຕັດຫຍິບບັນລຸກວ່າ 22 ຕື້ USD, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໃນນັ້ນ, ຈຸດເດັ່ນຂອງການເຕີບໂຕແມ່ນນອນຢູ່ບັນດາໝວດວັດຖຸດິບ ແລະ ເຄິ່ງສຳເລັດຮູບ, ຄື: ສົ່ງອອກແຜ່ນແຜ, ເສັ້ນຝ້າຍ, ວັດຖຸຕັດຫຍິບສຳຮອງ.
ເພື່ອບັນລຸເປົ້າໝາຍສົ່ງອອກ 48 ຕື້ USD, ສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໄດ້ຍົກອອກໝວດມາດຕະການແກ້ໄຂຈຸດສຸມ, ລວມມີ: ປັບຕົວເຂົ້າກັບຮູບແບບຊື້ເຄື່ອງໃໝ່ຂອງບັນດາຍີ່ຫໍ້ທົ່ວໂລກ; ໃຫ້ບຸລິມະສິດພັດທະນາເຂດປູກວັດຖຸດິບຢູ່ພາຍໃນປະເທດ; ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ; ຍູ້ແຮງການລົງທຶນດ້ານເຕັກໂນໂລຊີ, ການຫັນເປັນອັດຕະໂນມັດ ແລະ ການຫັນເປັນດີຈີຕອນ.