ຂ່າວສານ

ການສົ່ງອອກເຂົ້າສານຂອງຫວຽດນາມ ໃນປີ 2020 ບັນລຸປະມານ 6,15 ລ້ານໂຕນ

      ກະຊວງອຸດສາຫະກຳ - ການຄ້າ ແລະ ກະຊວງກະສິກຳ - ພັດທະນາຊົນນະບົດຫວຽດນາມ ຄາດຄະເນວ່າ ການສົ່ງອອກເຂົ້າສານຂອງຫວຽດນາມ ໃນປີ 2020 ບັນລຸ 6,15 ລ້ານໂຕນ, ລວມມູນຄ່າປະມານ 3,07 ຕື້ USD.

(ພາບປະກອບ:VOV)
      ເຖິງວ່າ ປະລິມານເຂົ້າສານສົ່ງອອກຂອງຫວຽດນາມ ຫຼຸດລົງປະມານ 3,5% ເມື່ອທຽບໃສ່ປິ 2019 ກໍ່ຕາມ, ແຕ່ມູນຄ່າສົ່ງອອກພັດເພີ່ມຂຶ້ນເຖິງ 9,3%. ລາຄາສົ່ງອອກສະເລ່ຍທັງປີ ຄາດວ່າບັນລຸເກືອບ 500 USD ຕໍ່ໂຕນ, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ປີ 2019. ນີ້ແມ່ນລະດັບລາຄາສະເລ່ຍທັງປີສູງທີ່ສຸດໃນຊຸມປີມໍ່ໆມານີ້, ໄດ້ນຳເອົາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງມາໃຫ້ຜູ້ປູກເຂົ້າ.
        ໂຄງປະກອບເຂົ້າສານສົ່ງອອກຂອງ ຫວຽດນາມ ພວມສືບຕໍ່ຫັນໄປສູ່ປະເພດເຂົ້າຫອມ, ເມັດງາມ, ມີຄຸນນະພາບສູງ ດ້ວຍລາຄາຂາຍ ແລະ ມູນຄ່າເພີ່ມຂຶ້ນສູງກວ່າ. ພ້ອມກັນນັ້ນ, ຊາວກະສິກອນ ແລະ ບັນດານັກທຸລະກິດ ກໍນັບມື້ນັບເອົາໃຈໃສ່ເຖິງການຍົກສູງຄຸນະພາບ, ຢັ້ງຢືນຕົ້ນກຳເນີດ ແລະ ມຸ່ງໄປເຖິງການຕອບສະໜອງໄດ້ຕາມມາດຕະຖານທີ່ເຄັ່ງຄັດຂອງຕະຫຼາດ ອີຢູ, ສ.ເກົາຫຼີ, ອາເມລິກາ…
(ແຫຼ່ງຄັດຈາກ VOV)


top