ຂ່າວສານ

ການສົ່ງອອກເຂົ້າສານຂອງ ຫວຽດນາມ ລື່ນກາຍຄາດໝາຍ 1 ຕື້ USD ໃນ 4 ເດືອນຕົ້ນປີ 2022

ຟີລິບປິນສືບຕໍ່ແມ່ນຕະຫຼາດບໍລິໂພກເຂົ້າສານ ຂອງ ຫວຽດນາມ ຫຼາຍທີ່ສຸດເຊິ່ງກວມເອົາ 42,6%. ພິເສດ, ຕະຫຼາດນຳເຂົ້າເຂົ້າສານ ຫວຽດນາມ ເພີ່ມຂຶ້ນແຮງທີ່ສຸດແມ່ນ ກົດດີວົວ, ເພີ່ມຂຶ້ນ 76%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021.
  ພາບປະກອບ: VGP  

 ການສົ່ງອອກເຂົ້າສານຫວຽດນາມ ໃນ 4 ເດືອນຕົ້ນປີນີ້ໄດ້ບັນລຸກ່ວາ 2 ລ້ານໂຕນ ດ້ວຍມູນຄ່າລື່ນກາຍຂີດໝາຍ 1 ຕື້ USD. ໄລ່ສະເພາະໃນເດືອນເມສາ, ຫວຽດນາມ ໄດ້ສົ່ງອອກເຂົ້າສານປະມານ 550.000 ໂຕນ ດ້ວຍມູນຄ່າກ່ວາ 270 ລ້ານ USD.

ຟີລິບປິນສືບຕໍ່ແມ່ນຕະຫຼາດບໍລິໂພກເຂົ້າສານ ຂອງ ຫວຽດນາມ ຫຼາຍທີ່ສຸດເຊິ່ງກວມເອົາ 42,6%. ພິເສດ, ຕະຫຼາດນຳເຂົ້າເຂົ້າສານ ຫວຽດນາມ ເພີ່ມຂຶ້ນແຮງທີ່ສຸດແມ່ນ ກົດດີວົວ, ເພີ່ມຂຶ້ນ 76%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021.

ຕາມນັກຊ່ຽວຊານແລ້ວ, ການສົ່ງອອກເຂົ້າສານ ຫວຽດນາມ ຄາດວ່າຈະມີການເຕີບໂຕໃນຊຸມເດືອນຈະມາເຖິງ, ດ້ວຍບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຄື: ຈີນ, ບັງກລາເທດ, ອີຣານ ແລະ ສີລັງກາ.


top