ຂ່າວສານ

ການສົ່ງອອກເຂົ້າສານຂອງ ຫວຽດນາມ ມີຫຼາຍສັນຍານທີ່ດີ

      ກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ ໃນຊຸມເດືອນທ້າຍປີ, ສັນຍາສົ່ງອອກເຂົ້າສານຂອງ ຫວຽດນາມ ໄດ້ເພີ່ມຂຶ້ນພໍສົມຄວນ. ນີ້ແມ່ນບັນດາສັນຍານທີ່ດີ, ສ້າງພື້ນຖານເພື່ອໃຫ້ສະຫະສະມາຄົມສະບຽງອາຫານ ຫວຽດນາມ ຍົກຄາດໝາຍການສົ່ງອອກເຂົ້າສານຂຶ້ນລະດັບ 5,6 ລ້ານໂຕນ ແທນທີ່ລະດັບ 5,2 ລ້ານໂຕນຄືດັ່ງການຄາດຄະເນກ່ອນນັ້ນ. 
            
ພາບປະກອບ
      ຕາມທ່ານ ຮີ່ງເທ໋ນັງ, ປະທານສະຫະສະມາຄົມສະບຽງອາຫານ ຫວຽດນາມ (VFA) ແລ້ວ, 9 ເດືອນຜ່ານມາ, ທົ່ວປະເທດໄດ້ສົ່ງອອກເຂົ້າສານປະມານ 4,57 ລ້ານໂຕນ, ເພີ່ມຂຶ້ນປະມານ 21% ກ່ຽວກັບປະລິມານ ແລະ ຫຼາຍກ່ວາ 18% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຂໍ້ສັງເກດວ່າ: ແຕ່ນີ້ຮອດທ້າຍປີ, ການສົ່ງອອກເຂົ້າສານຈະເປັນປົກກະຕິ ຍ້ອນບາງຕະຫຼາດຍັງສືບຕໍ່ມີຄວາມຕ້ອງການເຂົ້າສານຂອງ ຫວຽດນາມ ຄື: ຟີລິບປິນ, ບັງກະລາເທດ… ໂດຍເປັນໜຶ່ງໃນ 5 ປະເທດທີ່ຜະລິດເຂົ້າສານໃຫຍ່ສຸດຢູ່ພາກພື້ນ ອາຊີ, ຄາດວ່າ, ປີ 2017, ຫວຽດນາມ ຈະຜະລິດເຂົ້າສານໄດ້ປະມານ 44 ລ້ານໂຕນ.
 (ແຫຼ່ງຄັດຈາກ VOV)

top