ຂ່າວສານ

ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຈະບັນລຸ 11 ຕື້ USD

ຜົນງານຂອງຂະແໜງສິນໃນນ້ຳ ຫວຽດນາມ ໃນປີ 2022 ດ້ວຍຍອດວົງເງິນໃຫຍ່ສຸດໃນຊຸມປີຜ່ານມາ ໄດ້ນຳ ຫວຽດນາມ ກາຍເປັນປະເທດສົ່ງອອກສິນໃນນ້ຳໃຫຍ່ອັນດັບທີ 3 ໃນໂລກ.
  ທີ່ກອງປະຊຸມ  

ວົງເງິນສົ່ງອອກສິນໃນນ້ຳປີ 2022 ຂອງ ຫວຽດນາມ ຈະບັນລຸປະມານ 11 ຕື້ USD, ເພີ່ມຂຶ້ນ 23,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ແລະ ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ (9 ຕື້ USD). ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມສະຫຼຸບປີ 2022 ແລະ ຜັນຂະຫຍາຍແຜນການປີ 2023 ຂອງກົມໃຫຍ່ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ເຊິ່ງຈັດຂຶ້ນໃນວັນທີ 27 ທັນວາ, ຢູ່ ຮ່າໂນ້ຍ.

ຕາມກົມໃຫຍ່ສິນໃນນ້ຳແລ້ວ, ຍອດປະລິມານສົ່ງອອກບັນລຸກວ່າ 9 ລ້ານໂຕນ, ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ປີ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ, ຢືນຢັນວ່າ:

“ນີ້ແມ່ນປະຖົມປັດໄຈເພື່ອໃຫ້ກະຊວງສະຫຼຸບການປະຕິບັດບັນດາມາດຕະການແກ້ໄຂໃນຍຸດທະສາດພັດທະນາສິນໃນນ້ຳຮອດປີ 2030, ວິໄສທັດຮອດປີ 2045. ກ້າວເຂົ້າປີ 2023, ບົນພື້ນຖານການໄຈ້ແຍກບັນດາໝາກຜົນທີ່ບັນລຸໄດ້ ແລະ ສິ່ງທ້າທາຍ, ຄວາມຫຍຸ້ງຍາກ, ທາງກະຊວງຈະຊີ້ນຳໃຫ້ກົມໃຫຍ່ສິນໃນນ້ຳ ຫວຽດນາມ ປະຕິບັດມາດຕະການແກ້ໄຂໃຫ້ຕິດແທດກັບສະພາບການຕົວຈິງ ເພື່ອຮັບປະກັນການຮັກສາທ່າເຕີບໂຕ ແລະ ວົງເງິນສົ່ງອອກຂອງປີ 2023.”

ຜົນງານຂອງຂະແໜງສິນໃນນ້ຳ ຫວຽດນາມ ໃນປີ 2022 ດ້ວຍຍອດວົງເງິນໃຫຍ່ສຸດໃນຊຸມປີຜ່ານມາ ໄດ້ນຳ ຫວຽດນາມ ກາຍເປັນປະເທດສົ່ງອອກສິນໃນນ້ຳໃຫຍ່ອັນດັບທີ 3 ໃນໂລກ.

 


top