ຂ່າວສານ

ການສົ່ງອອກຜ່ານ Amazon, ກາລະໂອກາດນຳເຄື່ອງໝາຍການຄ້າ ຫວຽດນາມ ອອກສູ່ໂລກ

ກອງປະຊຸມການສົ່ງອອກຜ່ານການຄ້າເອເລັກໂຕນິກ 2026 ດ້ວຍຫົວຂໍ້ “ພ້ອມແລ້ວທີ່ຈະບິນຂຶ້ນ - ການເຕີບໂຕທົ່ວໂລກ” ຈັດຂຶ້ນໃນວັນທີ 02 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ.
  ທີ່​ເ​ຫດ​ການ (ພາບ: TTXVN)  
ຕາມ Amazon Global Selling ຫວຽດ​ນາມ, ຫົວ​ໜ່ວຍ​ຈັດ​ກອງ​ປ​ະ​ຊຸມ​ແລ້ວ, ການ​ສົ່ງ​ອອກ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ພວມ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່​ຂອງ​ເສດ​ຖະ​ກິດ​ດີ​ຈີ​ຕອນ ຫວຽດ​ນາມ. ທ່ານ Larry Hu, ຫົວ​ໜ້າ​ຝ່າ​ຍ​ບໍ​ລິ​ຫານ Amazon Global Selling ພາກ​ພື້​ນ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້, ຖື​ວ່າ ການ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ບໍ່​ພຽງ​ແຕ່​ອີງ​ໃສ່​ຂອບ​ເຂດ​ການ​ຜະ​ລິດ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຄວາມ​ສາ​ມາດ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແລະ ສ້າງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ນັບ​ມື້​ນັບ​ມີ​​ວິ​ສາ​ຫະ​ກິດຫຼາຍ​ແຫ່ງຂອງ ຫວຽດ​ນາມ ພວມ​ຫັນ​ປ່ຽນ​ຈາກ​ບົດ​ບາດ​ຜະ​ລິດ​ແບບດັ້ງ​ເດີມ ໄປ​ສູ່​ນະ​ວັດ​ຕະ​ກຳ, ພ້ອມ​ກັນ​ນັ້ນກໍ່​ເຂົ້າ​ເຖິງ​ລູກ​ຄ້າ​ໃນ​ທົ່ວ​ໂລກ​ໂດຍ​ກົງ​.

top