ຂ່າວສານ

ການສົ່ງອອກທີ່ນຳໃຊ້ບຸລິມະສິດດ້ານພາສີຈາກ CPTPP ຫາກໍ່ບັນລຸພຽງ 4%

      ພາຍຫຼັງປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເປັນເວລາ 2 ປີ, ອັດຕານຳໃຊ້ບຸລິມະສິດດ້ານພາສີຈາກສັນຍາຂອງສິນຄ້າສົ່ງອອກຂອງຫວຽດນາມ ຍັງຕ່ຳຢູ່, ຫາກໍ່ບັນລຸພຽງ 4% ໃນປີ 2020.
ອັດຕານຳໃຊ້ບຸລິມະສິດດ້ານພາສີຈາກສັນຍາຂອງສິນຄ້າສົ່ງອອກຂອງຫວຽດນາມ ຍັງຕ່ຳຢູ່
(ພາບປະກອບ)
      ການປະກາດຫວ່າງມໍ່ໆມານີ້ຂອງຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຊີ້ໃຫ້ເຫັນວ່າ, ພາຍຫຼັງປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເປັນເວລາ 2 ປີ, ອັດຕານຳໃຊ້ບຸລິມະສິດດ້ານພາສີຈາກສັນຍາຂອງສິນຄ້າສົ່ງອອກຂອງຫວຽດນາມ ຍັງຕ່ຳຢູ່, ຫາກໍ່ບັນລຸພຽງ 4% ໃນປີ 2020.
        ຕາມທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການສູນ WTO ແລະ ເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລ້ວ, ມີວິສາຫະກິດຫຼາຍແຫ່ງຂອງຫວຽດນາມ ຍັງບໍ່ທັນຮູ້ກ່ຽວກັບບຸລິມະສິດພາສີຈາກສັນຍາດັ່ງກ່າວ, ສະນັ້ນຍັງບໍ່ທັນນຳໃຊ້ບັນດາທ່າແຮງໄດ້ເທື່ອ.
        “ໃນອະນາຄົດສະແດງໃຫ້ເຫັນວ່າ ການປ່ຽນແປງຕ້ອງເລີ່ມມາຈາກທັງ 2 ຝ່າຍ, ຝ່າຍ 1 ແມ່ນຈາກການໂຄສະນາ, ຕ້ອງລົງເລິກເຂົ້າບັນດາບັນຫາລະອຽດແມ່ນ: ມີກາລະໂອກາດໃດ, ຕ້ອງເຮັດຫຍັງ?. ສ່ວນວິສາຫະກິດກໍ່ຕ້ອງເປັນເຈົ້າການ ຍ້ອນມີການໂຄສະນາຫຼາຍແຕ່ວິສາຫະກິດບໍ່ເປັນເຈົ້າການກໍ່ຈະບໍ່ມີ “ຄວາມສະດວກ” ໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດຂອງຕົນໄດ້”.
(ແຫຼ່ງຄັດຈາກ VOV)


top