ຂ່າວສານ

ການສົນທະນາດ້ານນະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ຄັ້ງທີ 14

ສອງຝ່າຍໄດ້ເນັ້ນໜັກເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ເປັນຈຸດເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ.
ທີ່ການສົນທະນາ (ພາບ: VNA)

ຕອນບ່າຍວັນທີ 05 ພະຈິກ (ຕາມເວລາທ້ອງຖິ່ນ, ຢ​ູ່ ວໍຊິງຕັນ ດີຊີ, ອາເມລິກາ), ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ John Noh, ຜູ້ຊ່ວຍລັດຖະມົນຕີກະຊວງສົງຄາມ ອາ​ເມ​ລິ​ກາ, ​ໄດ້​ເປັນ​ປະ​ທານ​ຮ່ວມການສົນທະນາດ້ານນະໂຍບາຍປ້ອງກັນຊາດ ຫວຽດນາມ - ອາ​ເມ​ລິ​ກາ ຄັ້ງທີ 14.

ທີ່ການສົນທະນາ, ສອງຝ່າຍໄດ້ເນັ້ນໜັກ​ເຖິງ​ການແກ້ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​​ຈາກ​ສົງ​ຄາມ ສື​ບ​ຕໍ່ເປັນຈຸດເດັ່ນໃນ​ການພົວພັນລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ. ​ທ່ານ John Noh ຜູ້ຊ່ວຍລັດຖະມົນຕີ ໄດ້ຢືນຢັນການສະໜັບສະໜູນ ຫວຽດ​ນາມ ເອ​ກະ​ລາດ, ​ສ້າງ​ຄວາມເຂັ້​ມ​ແຂງ​ດ້ວຍ​ຕົນ​ເອງ, ວັດ​ທະ​ນາ​ຖາ​ວອນ ແລະ ນະໂຍບາຍປ້ອງກັນຊາດ "ສີ່ບໍ່" ຂອງ ຫວຽດນາມ; ພ້ອມ​ກັນ​ນັ້ນ ຕີລາຄາສູງຕໍ່ເຈ​ດ​ຕະ​ນາ​ດີ, ການຮ່ວມມືຂອງ ຫວຽດນາມ ໃນການ​ຊອ​ກຄົ້ນຫາ​ກະ​ດູກ​ຂອງທະຫານ ອາ​ເມ​ລິ​ກາ ຫາຍສາບສູນໃນສົງຄາມ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງຝ່າຍເຫັນດີທີ່ຈະສືບຕໍ່ຜັນ​ຂະ​ຫຍາຍ​ບັນ​ດາເນື້ອ​ໃນຮ່ວມມືທີ່ໄດ້​ເປັນ​ເອ​ກະ​ພາບ​ນຳ​​ກັນ​ແລ້ວ, ຮັກສາສັນຕິພາບ, ອຸດສາຫະກຳປ້ອງກັນຊາດ ແລະ ແກ້ໄຂຜົນຮ້າຍ​ຢ້ອນ​ຫຼັງ​ຈາກສົງຄາມ. ​ສິ້ນ​ສຸດການສົນທະນາ, ຫົວໜ້າຄະນະ​ຜູ້​ແທນ​​ສອງ​ທ່ານໄດ້ລົງນາມໃນບົດບັນທຶກ ການສົນທະນາ​ດ້ານນະໂຍບາຍປ້ອງກັນ​ຊາດ ຫວຽດນາມ - ອາ​ເມ​ລິ​ກາ ຄັ້ງທີ 14.


top