ຂ່າວສານ

ການສົນທະນາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ

ວັນທີ 03 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taeko Mori ໄດ້ເປັນປະທານຮ່ວມການສົນທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ຄັ້ງທີ 7.


 ການສົນທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ

(ພາບ: TTXVN)

2 ຝ່າຍໄດ້ເນັ້ນໜັກເຖິງເລື່ອງຄວນຮັກສາບັນດາການຢ້ຽມຢາມ, ພົບປະທຸກຂັ້ນເປັນປະຈຳ, ພິເສດແມ່ນຂັ້ນສູງ, ຍົກສູງປະສິດທິຜົນຂອງບັນດາກົນໄກສົນທະນາທີ່ມີຢູ່ແລ້ວ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. 2 ຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີກ່ຽວກັບຄວາມສຳຄັນຂອງເລື່ອງຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ທະເລ ແລະ ການບິນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ຊຸກຍູ້ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

        ການສົນທະນາຮອບຕໍ່ໄປຈະໄດ້ຈັດຕັ້ງຢູ່ຍີ່ປຸ່ນ ໃນປີ 2020.

(ແຫຼ່ງຄັດຈາກ VOV)


top