ຂ່າວສານ

ການສົນທະນາກ່ຽວກັບແຮງງານ ຫວຽດນາມ - ອາເມລິກາ ຄັ້ງທີ 16

ທີ່ການສົນທະນາ, ຜູ້ແທນ 2 ປະເທດໄດ້ແລກປ່ຽນບັນດາຫົວຂໍ້, ລວມມີ: ການປະຕິຮູບການພົວພັນດ້ານແຮງງານ ແລະ ຮ່ວມມືດ້ານເຕັກນິກ; ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂບັນຫາແຮງງານເດັກ ແລະ ແຮງງານແບບບັງຄັບ.

ທີ່ການສົນທະນາ, ຜູ້ແທນ 2 ປະເທດໄດ້ແລກປ່ຽນບັນດາຫົວຂໍ້, ລວມມີ: ການປະຕິຮູບການພົວພັນດ້ານແຮງງານ ແລະ ຮ່ວມມືດ້ານເຕັກນິກ; ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂບັນຫາແຮງງານເດັກ ແລະ ແຮງງານແບບບັງຄັບ.

  ການ ສົນທະນາກ່ຽວກັບແຮງງານ ຫວຽດນາມ - ອາເມລິກາ”  

ຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກະຊວງແຮງງານ ອາເມລິກາ ຈັດຕັ້ງ “ການ ສົນທະນາກ່ຽວກັບແຮງງານ ຫວຽດນາມ - ອາເມລິກາ”. ນີ້ແມ່ນການສົນທະນາຄັ້ງທີ 16 ລະຫວ່າງສອງປະເທດ.

ທີ່ການສົນທະນາ, ຜູ້ແທນ 2 ປະເທດໄດ້ແລກປ່ຽນບັນດາຫົວຂໍ້, ລວມມີ: ການປະຕິຮູບການພົວພັນດ້ານແຮງງານ ແລະ ຮ່ວມມືດ້ານເຕັກນິກ; ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂບັນຫາແຮງງານເດັກ ແລະ ແຮງງານແບບບັງຄັບ; ພັດທະນາກຳລັງແຮງງານໃນພື້ນຖານເສດຖະກິດດີຈີຕອນ; ຫຼາຍຮູບຫຼາຍແບບ ແລະ ເຊື່ອມໂຍງ. ຝ່າຍ ຫວຽດນາມ ໄດ້ແບ່ງປັນກ່ຽວກັບບັນດານະໂຍບາຍແຮງງານໃໝ່ຂອງ ຫວຽດນາມ ແລະ ບັນດາຂໍ້ມູນກ່ຽວກັບສະພາບການປະຕິບັດແຜນການເຄື່ອນໄຫວແຫ່ງຊາດກ່ຽວກັບແຮງງານເດັກ.

ທ່ານນາງ Thea Lee, ຮອງລັດຖະມົນຕີຮັບຜິດຊອບບັນດາບັນຫາແຮງງານສາກົນຂອງກະຊວງແຮງງານ ອາເມລິກາ, ຮັບຮູ້ ແລະ ຕີລາຄາສູງຕໍ່ຄວາມມານະພະຍາຍາມລວມຂອງ ຫວຽດນາມ ໃນຊຸມປີຜ່ານມາ, ພ້ອມທັງສະໜອງບັນດາຂໍ້ມູນທີ່ເປັນປະໂຫຍດກ່ຽວກັບບັນຫາຄວາມປອດໄພ, ສຸຂະອະນາໄມແຮງງານ, ບັນຫາແຮງງານໃນພື້ນຖານເສດຖະກິດດີຈີຕອນ, ປະກອບສ່ວນຊ່ວຍ ຫວຽດນາມ ມີຂໍ້ມູນ ເພື່ອກຳນົດທິດການພັດທະນາການສອນວິຊາຊີບ, ບຳລຸງສ້າງທັກສະໃຫ້ຜູ້ອອກແຮງງານຕື່ມອີກ.


top