ຂ່າວສານ

ການສຳມະນາ“ຂໍ້ລິເລີ່ມກ່ຽວກັບແລວທາງແລະເສັ້ນທາງ: ກາລະໂອກາດໃໝ່ໃຫ້ການຮ່ວມມືຫວຽດນາມ-ຈີນ“

      ຕອນເຊົ້າວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ, ສະຖາບັນການຕ່າງປະເທດ ຫວຽດນາມ ສົມທົບກັບສະຖານທູດ ສປ ຈີນ ຈັດຕັ້ງການສຳມະນາດ້ວຍຫົວຂໍ້ວ່າ “ຂໍ້ລິເລີ່ມກ່ຽວກັບແລວທາງ ແລະ ເສັ້ນທາງ: ກາລະໂອກາດໃໝ່ໃຫ້ແກ່ການຮ່ວມມື ຫວຽດນາມ - ຈີນ“
ການສຳມະນາ“ຂໍ້ລິເລີ່ມກ່ຽວກັບແລວທາງແລະເສັ້ນທາງ: ກາລະໂອກາດໃໝ່ໃຫ້ການຮ່ວມມືຫວຽດນາມ-ຈີນ“
      ນີ້ແມ່ນການເຄື່ອນໄຫວແລກປ່ຽນວິຊາການສຶກສາລະຫວ່າງບັນດາອົງການຄົ້ນຄ້ວາຂອງສອງປະເທດ ກ່ຽວກັບເນື້ອໃນ ແລະ ຄວາມຈິງໃນການຜັນຂະຫຍາຍຂໍ້ລິເລີ່ມ ແລວທາງ ແລະ ເສັ້ນທາງຂອງ ຈີນ, ຜ່ານນັ້ນຊອກຫາບັນດາກາລະໂອກາດຮ່ວມມືໃນຂອບເຂດຂໍ້ລິເລີ່ມນີ້. ກ່າວຄວາມເຫັນໄຂການສຳມະນາ, ປອ ເລຫາຍບິ່ງ, ຮອງຫົວໜ້າສະຖາບັນການຕ່າງປະເທດ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ແລະ ປັບປຸງສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ. ດ້ວຍຈິດໃຈນັ້ນ, ເລື່ອງແລກປ່ຽນຄວາມເຫັນ, ເຮັດແຈ້ງບັນດາບັນຫາທີ່ກ່ຽວຂ້ອງເຖິງແລວທາງ ແລະ ເສັ້ນທາງ ແມ່ນມີຄວາມໝາຍສຳຄັນ, ຜ່ານນັ້ນຊ່ວຍໃຫ້ມະຫາຊົນ, ວົງການນັກຮຽນຮູ້ ແລະ ບັນດາວິສາຫະກິດ ຫວຽດນາມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຈຸດໝາຍ, ກາລະໂອກາດ ແລະ ບັນດາບັນຫາໃນການຜັນຂະຫຍາຍຂໍ້ລິເລີ່ມ:
      ກໍ່ເຊັ່ນດ່ຽວກັບບັນດາຂໍ້ລິເລີ່ມອື່ນໆ ຂໍ້ລິເລີ່ມແລວທາງ ແລະ ເສັ້ນທາງຈະນຳມາເຊິ່ງກາລະໂອກາດຮ່ວມມືໃຫ້ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ ໂດຍຜ່ານການຮ່ວມມືດ້ານການເງິນກັບ ຈີນ ໃນຂອບເຂດຂອງຂໍ້ລິເລີ່ມ. ນອກນັ້ນ, ຂໍ້ລິເລີ່ມກໍ່ນຳເອົາກາລະໂອກາດມາໃຫ້ ຫວຽດນາມ ເພື່ອພັດທະນາເສດຖະກິດການຄ້າລະຫວ່າງສອງປະເທດ, ໃນສະພາບທີ່ຈີນເປັນຄູ່ຮ່ວມມືດ້ານການຄ້າສຳຄັນແຖວໜ້າຂອງ ຫວຽດນາມ. ສິ່ງດັ່ງກ່າວນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ປະຊາຊົນສອງປະເທດ ແລະ ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມຂອງພາກພື້ນ.
 (ແຫຼ່ງຄັດຈາກ VOV)

top