ຂ່າວສານ

ການສອບເສັງກ່ຽວກັບນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ 2020

      ການສອບເສັງຮອບທຳອິດແມ່ນຈຸດໃໝ່ຂອງການສອບເສັງກ່ຽວກັບນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ 2020.

ມອບລາງວັນໃຫ້ທິມເຂົ້າຮ່ວມການສອບເສັງກ່ຽວກັບນັກສຶກສາ
ກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ ປີ 2019 (ພາບ: ictvietnam.vn)
      ວັນທີ 15 ຕຸລາ, ສະຫະສະມາຄົມຄວາມປອດໄພຂໍ້ມູນຂ່າວສານ ຫວຽດນາມ (VNISA) ໄດ້ປະກາດການສອບເສັງຮອບທຳອິດກ່ຽວກັບນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ 2020 ເຊິ່ງຈະໄດ້ຈັດຕັ້ງໃນຕອນເຊົ້າວັນທີ 17 ຕຸລາ ພາຍໃຕ້ຮູບການທາງອອນລາຍ. ເຂົ້າຮ່ວມການສອບເສັງດັ່ງກ່າວ ມີ 121 ທິມ ທີ່ມາຈາກ 31 ມະຫາວິທະຍາໄລ, ວິທະຍາໄລຂອງ ຫວຽດນາມ ແລະ 37 ທິມມາຈາກບັນດາມະຫາວິທະຍາໄລຂອງ 6 ປະເທດ ອາຊຽນ.
       ການສອບເສັງຮອບທຳອິດແມ່ນຈຸດໃໝ່ຂອງການສອບເສັງກ່ຽວກັບນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ 2020. ດ້ວຍຈຸດປະສົງແມ່ນສ້າງເງື່ອນໄຂໃຫ້ແກ່ຜູ້ສອບເສັງ, ເປັນຕົ້ນແມ່ນຢູ່ບັນດາປະເທດ ອາຊຽນ ທຳຄວາມລື້ງເຄີຍກັບວິທີການຈັດຕັ້ງ, ລະບຽບການ ແລະ ຮູບແບບຫົວບົດສອບເສັງ. ຕາມນັ້ນແລ້ວ ຫົວບົດສອບເສັງຈະສ້າງຕາມຮູບການຜ່ານຜ່າສິ່ງທ້າທາຍຕາມບັນດາຫົວເລື່ອງ.
       ການສອບເສັງຮອບສຸດທ້າຍຂອງບັນດາທິມ ຫວຽດນາມ ແລະ ພິທີສະຫລຸບ, ມອບລາງວັນຈະໄດ້ຈັດຕັ້ງຢູ່ສະຖາບັນໄປສະນີໂທລະຄົມມະນາຄົມ (ຮ່າໂນ້ຍ).
(ແຫຼ່ງຄັດຈາກ VOV)


top