ຂ່າວສານ

ການສອນວິຊາຊີບ,ຫນຶ່ງໃນບັນດາຂອດຈຸດສຸມ,ບຸກທະລຸຂອງຂະແຫນງໃນປີ 2018

ເນື່ອງໃນໂອກາດປີໃຫມ່ປີຈໍ2018, ທ່ານ ດ່າວງອກຢູງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຕອບສຳພາດນັກຂ່າວກ່ຽວກັບບັນດາມາດຕະການໃນປີ 2018 

ທ່ານ ດ່າວງອກຢູງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ
ເພື່ອປະຕິບັດຫນ້າທີ່ແກ້ໄຂວຽກເຮັດງານທຳ, ເປີດກວ້າງຕາຫນ່າງການສອນວິຊາຊີບ, ຮັບປະກັນຊີວິດສັງຄົມ. ໃນການເຄື່ອນໄຫວສອນວິຊາຊີບ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ສຸມໃສ່ວາງແຜນກຳນົດຕາຫນ່າງບັນດາຮາກຖານ, ສ້າງກົນໄກຄຸ້ມຄອງດ້ວຍຕົນເອງ, ເຊື່ອມຕໍ່ວິສາຫະກິດ, ຫັນຖັນແຖວຄູອາຈານຕາມມາດຕະຖານ. ພິເສດ ຂະແຫນງຈະສຸມໃສ່ຍົກສູງຄຸນນະພາບ, ຄຸນສົມບັດ, ຄວາມສຸດຈິດສຸດໃຈຂອງພະນັກງານ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຊຸກຍູ້ການປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມຢ່າງຮອບດ້ານ, ຄົບຊຸດ.
(ແຫຼ່ງຄັດຈາກ VOV)

top