ຂ່າວສານ

ການວາງແຜນຜັງສັງລວມແຫ່ງຊາດເພື່ອພັດທະນາປະເທດຊາດ

ໃນການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເນັ້ນໜັກເປັນພິເສດເຖິງຄວາມສຳຄັນຂອງເລື່ອງສ້າງ, ປັບປຸງ ແລະ ຜັນຂະຫຍາຍການວາງແຜນຜັງສັງລວມລະດັບຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050
  (ກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV)  

ວັນທີ 06 ມັງກອນ, ເປັນມື້ທີ 2 ຂອງກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບບາງເນື້ອໃນຂອງກອງປະຊຸມ, ໃນນັ້ນມີບັນຫາວາງແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030 ວິໄສທັດຮອດປີ 2050.

ໃນການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເນັ້ນໜັກເປັນພິເສດເຖິງຄວາມສຳຄັນຂອງເລື່ອງສ້າງ, ປັບປຸງ ແລະ ຜັນຂະຫຍາຍການວາງແຜນຜັງສັງລວມລະດັບຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050, ເພື່ອສ້າງພື້ນຖານ ແລະ ກຳລັງໜູນໃຫ້ແກ່ການພັດທະນາປະເທດຊາດ. ທ່ານ ຮ່ວາງວັນເກື່ອງ, ຄະນະສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ, ຖືວ່າ:

“ຮ່າງແຜນຜັງສັງລວມແຫ່ງຊາດແມ່ນການຫັນຍຸດທະສາດພັດທະນາປະເທດຊາດຢ່າງລະອຽດ, ພ້ອມທັງແມ່ນການຈັດແບ່ງແຫຼ່ງກຳລັງໃຫ້ແກ່ການພັດທະນາຂອງບັນດາຂະແໜງ, ຂົງເຂດ ແລະ ຕາມເຂດພັດທະນາ. ແຜນຮ່າງກໍ່ກຳນົດຢ່າງຈະແຈ້ງກ່ຽວກັບເຂດທີ່ເປັນກຳລັງໜູນ, ເຂດເຕີບໂຕ, ແລວເສດຖະກິດຄື: ທິດເໜືອ- ໃຕ້, ທິດຕາເວັນອອກ - ຕາເວັນຕົກ…”

ໂດຍພື້ນຖານແລ້ວ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີກັບບັນດາເນື້ອໃນຂອງຮ່າງແຜນຜັງສັງລວມແຫ່ງຊາດໂດຍລັດຖະບານສ້າງ ແລະ ຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມຄັ້ງນີ້. ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກສະພາແຫ່ງຊາດກໍ່ສະເໜີໃຫ້ສ້າງ ແລະ ປັບປຸງແຜນຜັງຕາມທິດເຮັດແຈ້ງ, ລະອຽດກວ່າບາງບັນຫາສຳຄັນ. ເປົ້າໝາຍລວມແມ່ນຮອດປີ 2030, ຫວຽດນາມ ແມ່ນປະເທດກຳລັງພັດທະນາມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ການເຕີບໂຕເສດຖະກິດອີງໃສ່ພື້ນຖານວິທະຍາສາດເຕັກໂນໂລຊີ, ການປ່ຽນໃໝ່ປະດິດຄິດສ້າງ ແລະ ການຫັນເປັນດີຈີຕອນ. ວິໄສທັດຮອດປີ 2050, ຫວຽດນາມ ແມ່ນປະເທດພັດທະນາ, ມີລາຍຮັບສູງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ.


top