ຂ່າວສານ

ການວາງແຜນກຳນົດສັງລວມແຫ່ງຊາດເພື່ອຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ

ສຳເນົາເອກະສານການວາງແຜນກຳນົດສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍລັດຖະບານຍື່ນສະເຫນີຕໍ່ສະພາແຫ່ງຊາດຊຸດທີ XV ຕົກລົງໃນກອງປະຊຸມສະໄຫມສາມັນເທື່ອທີ 4 ພວມດຳເນີນຢູ່ ຮ່າໂນ້ຍ. ກ່ອນນັ້ນ ໃນຕົ້ນເດືອນຕຸລາປີ 2022, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ທີ່ກອງປະຊຸມຄັ້ງທີ 6 ໄດ້ສະຫງວນເວລາສ່ວນຫລາຍເພື່ອຄົ້ນຄ້ວາ, ປຶກສາຫາລື ແລະ ເປັນເອກະພາບສູງກ່ຽວກັບຄວາມຈຳເປັນຕ້ອງປະກາດໃຊ້ ແລະ ຈັດຕັ້ງປະຕິບັດການວາງແຜນກຳນົດສັງລວມແຫ່ງຊາດໄລຍະ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໃຫ້ເປັນຢ່າງດີ.
  ພາບປະກອບ:baochinhphu.vn  

ເລື່ອງວາງແຜນກຳນົດສັງລວມແຫ່ງຊາດ ແມ່ນກາລະໂອກາດເພື່ອຈັດແບ່ງ, ສັບຊ້ອນຄືນໃຫມ່ຂອບເຂດພັດທະນາຂອງປະເທດຊາດເພື່ອບັນລຸເປົ້າໝາຍ, ຄວາມຄາດຫວັງ ຊື່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ກຳນົດ, ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ກ່ຽວກັບບັນຫານີ້ ທ່ານ ຫງວຽນຈິຢູ໋ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກຳນົດວ່າ ນີ້ແມ່ນກາລະໂອກາດໃຫຍ່ເພື່ອໃຫ້ພວກເຮົາຕີລາຄາຄືນສະພາບພັດທະນາໃນໄລຍະຜ່ານມາບັນລຸໄດ້ສິ່ງໃດ ແລະ ສິ່ງໃດຍັງບໍ່ທັນບັນລຸໄດ້ ແລະ ເປັນຫຍັງ ເພື່ອຈັດຕັ້ງຄືນ ຂອບເຂດພັດທະນາຂອງປະເທດຊາດໂດຍສັງລວມ, ເປັນເອກະພາບ. ຜ່ານນັ້ນ ຫັນແນວທາງການພັດທະນາຂອງປະເທດຊາດໃຫ້ເປັນລະອຽດ, ກຳນົດຄືນ ຂອບເຂດພັດທະນາ, ວິວັດການພັດທະນາ, ແຫລ່ງກຳລັງພັດທະນາຂອງປະເທດຊາດ. ຈາກນັ້ນ ພວກເຮົາສາມາດຜ່ານຜ່າທຸກສິ່ງທ້າທາຍຕ້ອງປະເຊີນຫນ້າ, ຍາດແຍ່ງໝູນໃຊ້ໄດ້ບັນດາກາລະໂອກາດ, ທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນເພື່ອພັດທະນາປະເທດຊາດໃຫ້ວ່ອງໄວ ແລະ ຍືນຍົງ”

ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິຢູ໋ງ ແລ້ວ, ເລື່ອງສ້າງແຜນກຳນົດສັງລວມແຫ່ງຊາດໃຫ້ແຕ່ລະໄລຍະຂອງຫວຽດນາມ ແມ່ນອີງໃສ່ຫລັກການ: ຂອບເຂດພັດທະນາຂອງປະເທດຊາດໄດ້ຈັດຕັ້ງຢ່າງມີປະສິດທິຜົນ, ເປັນເອກພາບໃນຂອບເຂດທົ່ວປະເທດ, ຮັບປະກັນການຮ່ວມສຳພັນພາຍໃນເຂດ, ເຊື່ອມຕໍ່ເຂດ ແລະ ຂຸດຄົ້ນທ່າໄດ້ປຽບໃນການປຽບທຽບຂອງແຕ່ລະເຂດ ເພື່ອແນໃສ່ລະດົມ ແລະ ນຳໃຊ້ບັນດາແຫລ່ງກຳລັງຢ່າງມີປະສິດທິຜົນ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ. ພັດທະນາໂດຍມີຈຸດສຸມ, ສຸມໃສ່ບາງບໍລິເວນມີເງື່ອນໄຂສະດວກດ້ານພູມສາດ, ພື້ນຖານໂຄງລ່າງເສດຖະກິດ ສັງຄົມ ແລະ ຄວາມສາມາດບົ່ມຊ້ອນທ່າໄດ້ປຽບໃຫ້ແກ່ການພັດທະນາ, ເປັນຕົ້ນແມ່ນແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ເພື່ອສ້າງເຂດກຳລັງຫນູນ, ແລວເສດຖະກິດ, ກ້້ອນເຕີບໂຕຊຸກຍູ້ເສດຖະກິດຂອງທົ່ວປະເທດໃຫ້ວ່ອງໄວ, ຍືນຍົງ ແລະ ມີປະສິດທິຜົນສູງ.

ບັນດາເນື້ອໃນຕົ້ນຕໍຂອງ ການວາງແຜນກຳນົດສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ຂອງ ຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງ ແລະ ຖືກຕາມບັນດາທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍ, ຄາດໝາຍຕົ້ນຕໍ ຄວນສູ້ຊົນເພື່ອບັນລຸໃຫ້ໄດ້ ແລະ ບັນດາການນຳນົດໃຫຍ່ກ່ຽວກັບການພັດທະນາ ແລະ ຈັດແບ່ງ ຂອບເຂດພັດທະນາຂອງທຸກຂະແຫນງການ, ຂົງເຂດຕົ້ນຕໍ, ການນຳນົດທິດ, ຈັດຕັ້ງ ຂອບເຂດພັດທະນາຕາມເຂດ, ດິນແດນ, ການກຳນົດທິດພັດທະນາລະບົບຕົວເມືອງ, ຊົນນະບົດ, ການກຳນົດທິດພັດທະນາລະບົບດ່ານຊາຍແດນທາງບົກແຫ່ງຊາດ.

ໃນການວາງແຜນກຳນົດຄັ້ງນີ້ ຫວຽດນາມ ສຸມໃສ່ໃຫ້ບຸລິມະສິດແກ່ການສ້າງໂຄງປະກອບພື້ນຖານໂຄງລ່າງແຫ່ງຊາດໂດຍພື້ນຖານ, ສຸມໃສ່ເຂົ້າພື້ນຖານໂຄງລ່າງດ້ານຄົມມະນາຄົມ, ພື້ນຖານໂຄງລ່າງເຂດຕົວເມືອງ, ພະລັງງານ, ພື້ນຖານໂຄງລ່າງດິຈີຕອນ, ປົກປັກຮັກສາສິ່ງແວດລ້ອມ, ຊົນລະປະທານ, ປ້ອງກັນ ຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃຫມ່, ໃຫ້ບຸລິມະສິດພັດທະນາບາງຂະແຫນງການ, ຂົງເຂດມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ຍັງມີຄວາມສາມາດບົ່ມຊ້ອນໃຫຍ່ ຕິດພັນກັບ ຂອບເຂດພັດທະນາໃຫມ່. ເບິ່ງລວມແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກວ່າ:

“ການວາງແຜນກຳນົດ ແມ່ນຕ້ອງມີຈິນຕະນາການປ່ຽນໃຫມ່ ມີວິໄສທັດຍຸດທະສາດ ຊື່ງກຳລັງຫນູນເລີ່ມມາຈາກການປ່ຽນໃຫມ່, ຊື່ງກຳລັງແຮງແມ່ນເລີ່ມມາຈາກຈິດໃຈຂອງປະຊາຊົນ ກຳລັງແຮງຈາກປະຊາຊົນ. ຈິນຕະນາການປ່ຽນໃຫມ່ນີ້ໄດ້ສ້າງເປັນກຳລັງຫນູນ, ທີສອງແມ່ນສ້າງກຳລັງຫນູນ, ວິໄສທັດຍຸດທະສາດແມ່ນເຮັດແນວໃດເພື່ອໃຫ້ການວາງແຜນກຳນົດຕ້ອງຊີ້ໃຫ້ເຫັນຄວາມສາມາດບົ່ມຊ້ອນທີ່ແຕກຕ່າງ, ກາລະໂອກາດພົ້ນເດັ່ນ, ທ່າໄດ້ປຽບເພື່ອໃຫ້ພວກເຮົາມີມາດຕະການຕິດຕາມຢ່າງໃກ້ຊິດເພື່ອເສີມຂະຫຍາຍກຳລັງແຮງພາຍໃນຂອງຕົນ.”

ບົດຮຽນສາກົນໄດ້ຊີ້ໃຫ້ເຫັນວ່າ: ແຕ່ລະປະເທດຢາກພັດທະນາວ່ອງໄວ, ຍືນຍົງ ຕ້ອງເລືອກເຟັ້ນເສັ້ນທາງກ້າວເດີນອັນຖືກຕ້ອງ, ກຳນົດໄດ້ວິທີການ, ແຫລ່ງກຳລັງ, ກຳລັງຫນູນ ແລະ ເວລາບັນລຸໄດ້ເປົ້າໝາຍນັ້ນ. ເລື່ອງເປັນຄັ້ງທຳອິດ ຫວຽດນາມ ຜັນຂະຫຍາຍການສ້າງແຜນກຳນົດສັງລວມແຫ່ງຊາດ ໄດ້ຮັບຖືວ່າແມ່ນບາດກ້າວສ້າງຮູບແບບ, ຈັດແບ່ງ ຂອບເຂດພັດທະນາແຫ່ງຊາດ ເພື່ອແນໃສ່ໃຫ້ມີເສັ້ນທາງດີສຸດ, ມີປະສິດທິຜົນທີ່ສຸດ ແລະ ວ່ອງໄວທີ່ສຸດ ເພື່ອບັນລຸບັນດາຄາດໝາຍພັດທະນາປະເທດຊາດໃນຍຸດທະສາດພັດທະນາເສດຖະກິດສັງຄົມຂອງທົ່ວປະເທດ ໄລຍະ 2021 -2023 ວິໄສທັດຮອດປີ 2050 ໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກ.


top