ຂ່າວສານ

ການລົງທຶນສາທາລະນະຊຸກຍູ້ບັນດາການເຄື່ອນໄຫວເສດຖະກິດ, ຊຸດຍູ້ການພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ເພື່ອຊຸກຍູ້ການລົງທຶນສາທາລະນະ, ບັນດາກະຊວງ, ຂະແໜງການຕ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)  

ຕອນເຊົ້າວັນທີ 12 ເມສາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ (ຄະນະຊີ້ນຳ), ໄດ້ເປັນປະທານກອງປະຊຸມຄັ້ງທີ 5 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບເຊິງໜ້າສົມທົບກັບທາງໄກເຊື່ອມຕໍ່ລະຫວ່າງສຳນັກງານຂອງລັດຖະບານກັບ 43 ແຂວງ, ນະຄອນຂຶ້ນກັບສູນກາງ ພວມມີບັນດາກິດຈະກຳ, ໂຄງການຈຸດສຸມແຫ່ງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ເພື່ອຊຸກຍູ້ການລົງທຶນສາທາລະນະ, ບັນດາກະຊວງ, ຂະແໜງການຕ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ; ອະນຸມັດຜ່ານບັນດາໂຄງການ, ຈັດການກໍ່ສ້າງຢ່າງຮີບເຮັ່ງ… ຜ່ານການລົງທຶນສາທາລະນະ ເພື່ອນຳແຫຼ່ງທຶນເຂົ້າພື້ນຖານເສດຖະກິດ; ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ; ຊຸກຍຍູ້ບັນດາການເຄື່ອນໄຫວເສດຖະກິດ, ຊຸກຍູ້ການພັດທະນາ.


top