ຂ່າວສານ

ການລົງທຶນ ຫວຽດນາມ ຢູ່ ລາວ - ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງ ລາວ

ດ້ວຍລະດັບວົງເງິນການຄ້າເຕີບໂຕລະຫວ່າງ ຫວຽດນາມ - ລາວ ຄືໃນປະຈຸບັນ, ຄາດວ່າ ທັງປີ 2022 ວົງເງິນການຄ້າລະຫວ່າງ 2 ປະເທດຈະບັນລຸ 1,6 ຕື້ USD.

ດ້ວຍລະດັບວົງເງິນການຄ້າເຕີບໂຕລະຫວ່າງ ຫວຽດນາມ - ລາວ ຄືໃນປະຈຸບັນ, ຄາດວ່າ ທັງປີ 2022 ວົງເງິນການຄ້າລະຫວ່າງ 2 ປະເທດຈະບັນລຸ 1,6 ຕື້ USD.   

  ການພົບປະກັບນັກທຸລະກິດ ຫວຽດນາມ - ລາວ ດຳເນີນໃນວັນທີ 21 ມີນາ  

ການຮ່ວມມືດ້ານເສດຖະກິດ ພວມແມ່ນເສົ້າຄ້ຳຕົ້ນຕໍ, ໃຫ້ບຸລິມະສິດໃນການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ. ເລື່ອງຊຸກຍູ້ຜັນຂະຫຍາຍການປະຕິບັດບັນດາໂຄງການລົງທຶນຂອບຂະໜາດໃຫຍ່, ການສົ່ງເສີມບາງໂຄງການຮ່ວມມືລົງທຶນໃໝ່, ມີລັກສະນະຍຸດທະສາດໃນໄລຍະຈະມາເຖິງ ຈະມີຄວາມໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ. ດ້ວຍລະດັບວົງເງິນການຄ້າເຕີບໂຕລະຫວ່າງ ຫວຽດນາມ - ລາວ ຄືໃນປະຈຸບັນ, ຄາດວ່າ ທັງປີ 2022 ວົງເງິນການຄ້າລະຫວ່າງ 2 ປະເທດຈະບັນລຸ 1,6 ຕື້ USD, ເພີ່ມຂຶ້ນປະມານ 20% ເມື່ອທຽບໃສ່ປີ 2021.

ຫວຽດນາມ ແລະ ລາວ ມີທີ່ຕັ້ງພູມສາດທີ່ໃກ້ຊິດ, ມີຄວາມສະດວກທາງຄົມມະນາຄົນ. 2 ປະເທດມີເສັ້ນຊາຍແດນຮ່ວມຍາວກວ່າ 2.300 ກມ, ໄປຜ່ານ 10 ແຂວງ, ນະຄອນຂອງແຕ່ລະປະເທດ, ແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນພັດທະນາ, ມີທີ່ຕັ້ງຍຸດທະສາດໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ. ນີ້ແມ່ນບັນດາເງື່ອນໄຂສະດວກເພື່ອພັດທະນາການຄ້າ 2 ຝ່າຍ ຫວຽດນາມ - ລາວ.   

  ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ  

ມາຮອດປະຈຸບັນ, ມີ 417 ໂຄງການລົງທຶນຂອງວິສາຫະກິດ ຫວຽດນາມ ຢູ່ ລາວ, ດ້ວຍຈຳນວນເງິນລົງທຶນປະມານ 4,3 ຕື້ USD, ຢືນອັນດັບທີ 3 ໃນຈຳນວນບັນດາປະເທດ ແລະ ເຂດແຄວ້ນທີ່ພວມເຄື່ອນໄຫວລົງທຶນຢູ່ ລາວ. ມີຫຼາຍໂຄງການໄດ້ນຳເຂົ້າເຄື່ອນໄຫວເປັນປົກກະຕິ, ບັນລຸປະສິດທິຜົນ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ, ມອບເຂົ້າງົບປະມານ, ສ້າງວຽກເຮັດງານທຳ, ບຳລຸງສ້າງ ແລະ ຍົກສູງສີມືແຮງງານໃຫ້ແກ່ຜູ້ອອກແຮງງານ, ປົວແປງພື້ນຖານໂຄງລ່າງຢູ່ບາງທ້ອງຖິ່ນ ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາລາສູງຈາກລັດຖະບານ ລາວ.

  ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ  

ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ ເຖິງວ່າໝາກຜົນບັນລຸໄດ້ແມ່ນໜ້າປະທັບໃຈກໍ່ຕາມ, ແຕ່ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າລະຫວ່າງ 2 ຝ່າຍ, ຍັງມີຈຸດອ່ອນ, ຂໍ້ຈຳກັດ ແລະ ສາຍເຫດທີ່ເຮັດໃຫ້ການພົບພັນດ້ານການຄ້າ ຫວຽດນາມ - ລາວ ຍັງບໍ່ທັນ ພັດທະນາສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດຄື: ນະໂຍບາຍດຶງດູດການລົງທຶນເຂົ້າໃນການຜະລິດ, ປຸງແຕ່ງ, ພື້ນຖານໂຄງລ່າງ, ຄົມມະນາຄົມ…

“ບົດຮຽນໃນຕົວຈິງຊີ້ໃຫ້ເຫັນວ່າ ທາງຄົມມະນາຄົມພັດທະນາຮອດໃສ ເສດຖະກິດ, ສັງຄົມຈະພັດທະນາຮອດນັ້ນ. ບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ການໄປມາເທົ່ານັ້ນ, ຫາກສຳຄັນກວ່າ ແມ່ນການພັດທະນາຄົມມະນາຄົມ ກໍ່ພ້ອມກັນການພັດທະນາແລວເສດຖະກິດ, ເປີດໂອກາດພັດທະນາໃຫຍ່ ເພື່ອສ້າງເຂດອຸດສາຫະກຳ, ເຂດການຄ້າ, ການບໍລິການ ແລະ ສາມາດສ້າງເຂດຕົວເມືອງ, ເຂດຊຸມຊົນໃໝ່ທັງແກ້ໄຂບັນຫາເສດຖະກິດ, ທັງແກ້ໄຂບັນຫາການປ້ອງກັນຊາດ ປ້ອງກັນຄວາມສະຫງົບ”.

ມາຮອດປະຈຸບັນ, ບັນດາໂຄງການລົງທຶນຂອງ ຫວຽດນາມ ໄດ້ມີໜ້າຢູ່ເກືອບທຸກເຂດພາກຂອງ ລາວ, ຂຶ້ນກັບຫຼາຍຂົງເຂດຄື ການເງິນທະນາຄານ, ໂທລະຄົມມະນາຄົມ, ການບໍລິການ, ກະສິກຳປ່າໄມ້… ຄວາມສາມາດບົ່ມຊ້ອນພັດທະນາດ້ານການຄ້າລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່. ດ້ວຍເປົ້າໝາຍນຳວົງເງິນການຄ້າລະຫວ່າງ 2 ປະເທດ ບໍ່ພຽງແຕ່ເພີ່ມຂຶ້ນໃນລະດັບ 10-15% ຕໍ່ປີເທົ່ານັ້ນ, ຫາກຍັງຕ້ອງນຳວົງເງິນການຄ້າລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງເປັນປົກກະຕິ ແລະ ຍືນຍົງໃນອະນາຄົດອີກດ້ວຍ.


top