ຂ່າວສານ

ການລະບາດ ໂຄວິດ-19: ສປປ ລາວ ປິດດ່ານຊາຍແດນຫຼາຍແຫ່ງ

   
ສີດຢາ ຂ້າເຊື້ອໄວຣັດ SARS - CoV2 ທີ່ດ່ານຊາຍແດນ. ພາບ: NLĐO
 
        ຕາມນັກຂ່າວຈາກສຳນັກຂ່າວສານ ຫວຽດນາມ ປະຈຳ ວຽງຈັນ ໃຫ້ຮູ້ວ່າ ໃນຈໍານວນ ດ່ານຊາຍແດນ 10 ແຫ່ງ ທີ່ຖືກປິດຊົ່ວຄາວ ໃນຄັ້ງນີ້ ມີ ດ່ານຊາຍແດນ 6 ແຫ່ງທີ່ ຕິດກັບ ສສ ຫວຽດນາມເຊັ່ນ: ດ່ານຊາຍແດນສາກົນ ປາງຫົກ ຢູ່ ແຂວງ ຜົ້ງສາລີ, ນໍ້າໂສຍ ຢູ່ແຂວງ ຫົວພັນ, ນໍ້າກັ່ນ ຢູ່ ແຂວງ ຊຽງຂວາງ, ພູເກືອ ຢູ່ ແຂວງ ອັດຕະປື, ດາກຕາ ຢູ່ແຂວງ ເຊກອງ ແລະ ດ່ານນໍ້າພາວ ຢູ່ແຂວງ ບໍລິຄຳໄຊ. ຈຳນວນທີ່ຍັງເຫຼືອ ແມ່ນ ດ່ານຊາຍແດນ 4 ແຫ່ງ ຕິດກັບປະເທດ ໄທເຊັ່ນ: ດ່ານ ນໍ້າເຫືອງ ແລະ ນໍ້າງຶ່ມ ແຂວງ ໄຊຍະບູລີ, ດ່ານ ນາໂພ ແຂວງ ຄໍາມ່ວນ ແລະ ເດີ່ນບິນສາກົນ ແຂວງ ສະຫວັນນະເຂດ.
      
      ໃນແຈ້ງຂ່າວກ່ຽວກັບເລື່ອງ ປິດ​ດ່ານ​ຊາຍ​ແດນຊົ່ວຄາວ  10 ແຫ່ງນັ້ນ, ທ່ານ ດຣ ລັດຕະນະ​ໄຊ ​ເພັດ​ສຸວັນ ຫົວ ໜ້າກົມຄວບ​ຄຸມພະ​ຍາດຕິດຕໍ່ ກະຊວງ ສາທາລະ ນະ ສຸກ ແຫ່ງສປປ ລາວ ໄດ້ຮຽກຮ້ອງ ພໍ່ແມ່ປະຊາຊົນ ລາວ ບັນດາເຜົ່າ ​ໃຫ້​ຈໍາກັດ ການເດີນທາງ ອອກນອກ ປະ ເທດ ຖ້າບໍ່ຈຳເປັນ ເພື່ອຫຼີກລ່ຽງ ຄວາມສ່ຽງ ທີ່ຕິດ ກັບ ໄວຣັດ SARS-CoV-2 ທີ່ກໍາລັງລະບາດ ຢູ່ໃນ ທົ່ວ ໂລກ. 
 

ໂດຍ: VNA

top