ຂ່າວສານ

ການຢ້ຽມຢາມອາເມລິກາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ບັນລຸໝາກຜົນຮອບດ້ານ

      ການຢ້ຽມຢາມມີຄວາມໝາຍສຳຄັນ, ຖືກດຳເນີນຕາມວັນເວລາ, ປະກອບສ່ວນຮັກສາທ່ວງທ່າການພັດທະນາການພົວພັນ, ສືບຕໍ່ຊຸກຍູ້ບັນດາຂົງເຂດການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 
      ການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ບັນລຸໝາກຜົນຮອບດ້ານ - ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ ໄດ້ຢືນຢັນຄືດັ່ງກ່າວໃນວັນທີ 2 ມິຖຸນາ ເມື່ອຕອບສຳພາດຕໍ່ສື່ມວນຊົນພາຍຫຼັງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ. ການຢ້ຽມຢາມມີຄວາມໝາຍສຳຄັນ, ຖືກດຳເນີນຕາມວັນເວລາ, ປະກອບສ່ວນຮັກສາທ່ວງທ່າການພັດທະນາການພົວພັນ, ສືບຕໍ່ຊຸກຍູ້ບັນດາຂົງເຂດການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປັບປຸງພື້ນຖານການພົວພັນໄດ້ສ້າງສາ ແລະ ເພີ່ມພຸນຄຸນສ້າງໃນຫຼາຍປີຜ່ານມາ, ພິເສດແມ່ນປະກອບສ່ວນສ້າງການພົວພັນເຮັດວຽກກັບການນຳອຳນາດການປົກຄອງ ແລະ ສະພາແຫ່ງຊາດຊຸດໃໝ່, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບຫຼັກໝັ້ນຂອງກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຝ່າຍ.
        ໃນຂະນະນັ້ນ, ທ່ານ Anthony Nelson, ຜູ້ອຳນວຍການຮັບຜິດຊອບບັນດາບັນຫາອາຊີຕາເວັນອອກ ແລະ ປາຊີຟິກ ຢູ່ກຸ່ມບໍລິສັດທີ່ປຶກສາ Albright Stonebridge, ອະດິດຜູ້ອຳນວຍການຮັບຜິດຊອບບັນດາບັນຫາກ່ຽວກັບ ຫວຽດນາມ ຂຶ້ນກັບສະພາດຳເນີນທຸລະກິດ ອາເມລິກາ  - ອາຊຽນ ໄດ້ຕີລາຄາວ່າ ຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ທີ່ຫາກໍ່ຮັບຮອງເອົາເນື່ອງໃນໂອກາດການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສ້າງພື້ນຖານໃຫ້ແກ່ການສືບຕໍ່ວິທີການສຳຜັດຕັ້ງໜ້າໃນການພົວພັນລະຫວ່າງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

top