ຂ່າວສານ

ການຢ້ຽມຢາມສິງປະໂປ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ສ້າງພື້ນຖານເພື່ອໃຫ້ 2 ປະເທດພັດທະນາກາຍເປັນແບບຢ່າງໃຫ້ແກ່ອາຊີຕາເວັນອອກສ່ຽງໃຕ້

ການຢ້ຽມຢາມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບັນລຸໄດ້ຜົນງານພິເສດຫຼາຍຢ່າງ, ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມສຸດອົກສຸດໃຈ ແລະ ຄຸນນະທາດຂອງ 2 ຊາດທີ່ມີຄວາມສະໜິດຕິດພັນໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກ.
  (ການຢ້ຽມຢາມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບັນລຸໄດ້ຜົນງານພິເສດຫຼາຍຢ່າງ)  

 ເນື່ອງໃນໂອກາດສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງປະເທດ ສິງກະໂປ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນລະຫວ່າງວັນທີ 24 – 26 ກຸມພາ, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກະໂປ ໄດ້ສຳພາດທ່ານຮອງສາດສະດາຈານ ຫວູມິນເຄືອງ, ນັກຊ່ຽວຊານໂຮງຮຽນນະໂຍບາຍພາກລັດ ຫຼີກຸງຢູ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ສິງກະໂປ ຕີລາຄາໝາກຜົນການຢ້ຽມຢາມ.

ທ່ານຮອງສາດສະດາຈານ ຫວູມິນເຄືອງ ຢືນຢັນວ່າ, ການຢ້ຽມຢາມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບັນລຸໄດ້ຜົນງານພິເສດຫຼາຍຢ່າງ, ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມສຸດອົກສຸດໃຈ ແລະ ຄຸນນະທາດຂອງ 2 ຊາດທີ່ມີຄວາມສະໜິດຕິດພັນໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກ. ທ່ານຕີລາຄາວ່າ, ໃນການຢ້ຽມຢາມ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຫຼາຍສະບັບ, ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ 2 ປະເທດພັດທະນາ, ເຊື່ອມຕໍ່, ສະໜິດຕິດພັນກັນກວ່າ ກາຍເປັນແບບຢ່າງໃຫ້ແກ່ພາກພື້າອາຊີຕາເວັນອອກສ່ຽງໃຕ້.

ຕາມທ່ານແລ້ວ, ແນ່ນອນວ່າ 2 ປະເທດຈະມີບາດກ້າວຜັນຂະຫຍາຍຕໍ່ໄປຫຼາຍຢ່າງ ດ້ວຍຈິດໃຈ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ເຊິ່ງ 2 ຝ່າຍກຳນົດວ່າ ຈະກໍ່ສ້າງໃຫ້ເລິກເຊິ່ງ, ກວ້າງຂວາງກວ່າ, ໃນຕໍ່ໜ້າແມ່ນບັນດາສັນຍາກ່ຽວກັບການປ້ອງກັນຊາ, ການຄ້າ, ການລົງທຶນ… ທີ່ໄດ້ລົງນາມແລ້ວ.



top