ຂ່າວສານ

ການຢ້ຽມຢາມສະແດງໃຫ້ເຫັນຄວາມສຳຄັນຂອງການພົວພັນລະຫວ່າງ ຫວຽດນາມ - ຈີນ

ດ້ວຍຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ໃນໄລຍະຜ່ານມາ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ສືບຕໍ່ຮັກສາທ່ວງທ່າພັດທະນາຢ່າງມີສະຖຽນລະພາບ, ຕັ້ງໜ້າ, ບັນລຸຜົນງານສຳຄັນຫຼາຍຢ່າງໃນທຸກຂົງເຂດ.

ດ້ວຍຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ໃນໄລຍະຜ່ານມາ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ສືບຕໍ່ຮັກສາທ່ວງທ່າພັດທະນາຢ່າງມີສະຖຽນລະພາບ, ຕັ້ງໜ້າ, ບັນລຸຜົນງານສຳຄັນຫຼາຍຢ່າງໃນທຸກຂົງເຂດ.

    

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຢາມປະເທດ ສປ.ຈີນ ຢ່າງເປັນທາງການ

(ພາບ: TTXVN)

ວັນທີ 30 ຕຸລາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ເດີນທາງໄປຢ້ຽມຢາມປະເທດ ສປ.ຈີນ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຈີນ, ປະທານປະເທດແຫ່ງ ສ.ຈີນ ສີຈີ້ນຜິງ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນພິເສດ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ - ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.

        ການເດີນທາງໄປຢ້ຽມຢາມປະເທດ ສປ.ຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະຕິບັດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ພັກກອມມູນິດ ຈີນ ສິ້ນສຸດລົງ, ເພື່ອແນໃສ່ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ຖືເປັນສຳຄັນການພົວພັນກັບ ຈີນ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ, ປາດຖະໜາຢາກພັດທະນາຢ່າງຍາວນານ, ມີສະຖຽນລະພາບ, ນັບມື້ນັບບັນລຸປະສິດທິຜົນ, ແທດຈິງ ຕາມເນື້ອໃນຈິດໃຈລວມຂອງການນຳຂັ້ນສູງຂອງ 2 ພັກ, 2 ລັດ.

ສະພາບການລວມຂອງການພົວພັນລະຫວ່າງ ຫວຽດນາມ - ຈີນ ຮັກສາທ່ວງທ່າພັດທະນາຢ່າງມີສະຖຽນລະພາບ, ຕັ້ງໜ້າ

        ກ່ຽວກັບສະພາບການລວມ, ດ້ວຍຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ໃນໄລຍະຜ່ານມາ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ສືບຕໍ່ຮັກສາທ່ວງທ່າພັດທະນາຢ່າງມີສະຖຽນລະພາບ, ຕັ້ງໜ້າ, ບັນລຸຜົນງານສຳຄັນຫຼາຍຢ່າງໃນທຸກຂົງເຂດ. ກ່ຽວກັບການພົວພັນດ້ານການເມືອງ, ການແລກປ່ຽນ, ພົບປະຂັ້ນສູງໄດ້ດຳເນີນຢ່າງເປັນປະຈຳ ດ້ວຍຫຼາຍຮູບແບບຢ່າງມີໄຫວພິບ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ພັກ, 2 ລັດ. ພິເສດ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ເດືອນ ມັງກອນ 2021), ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດຂອງ 2 ປະເທດໄດ້ດຳເນີນການໂອ້ລົມທາງໂທລະສັບ, ການເຈລະຈາທາງໄກຕາມລຳດັບ, ຍົກອອກບັນດາການກຳນົດທິດໃຫຍ່ສຳຄັນ, ສ້າງກຳລັງໜູນຢ່າງແຮງ ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ຮ່ວມມືທີ່ຕ່າງຝ່າຍຕ່າງມີຄວາມສົນໃຈລະຫວ່າງ ຫວຽດນາມ - ຈີນ ໃຫ້ພັດທະນາດ້ວຍຄວາມສະຖຽນລະພາບ, ປອດໃສ.

ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແມ່ນຮັກສາທ່າພັດທະນາດ້ວຍຄວາມສະຖຽນລະພາບ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ, ໃຫ້ຮູ້ວ່າ:

        “ຈີນ ສືບຕໍ່ແມ່ນຄູ່ຄ້າໃຫຍ່ທີ່ສຸດ ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 2 ຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ສືບຕໍ່ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຈີນ ໃນອາຊຽນ ແລະ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 6 ຂອງ ຈີນ ຢູ່ໃນໂລກ. ການສົ່ງອອກໝາກໄມ້ຂອງ ຫວຽດນາມ ໄປຍັງ ຈີນ ມີແງ່ຫວັງພັດທະນາໃໝ່, ໃນນັ້ນໝາກຖົ່ວລຽນແມ່ນໝາກໄມ້ຊະນິດທີ 10 ໄດ້ສົ່ງອອກຕາມໂຄຕາທາງການໄປຍັງ ຈີນ ນັບແຕ່ເດືອນ ກໍລະກົດ 2022.”

        ກ່ຽວກັບການລົງທຶນ, ສະເພາະໃນ 9 ເດືອນຕົ້ນປີ, ຈີນ ຢືນອັນດັບທີ 4/97 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າ ຫວຽດນາມ. ກ່ຽວກັບບັນຫາຊາຍແດນ, ເຂດນ້ຳແດນດິນ 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ຜັນຂະຫຍາຍການປະຕິບັດບັນດາເອກະສານນິຕິກຳເຂດຊາຍແດນທາງບົກ ຫວຽດນາມ - ຈີນ, ເພີ່ມທະວີການຄຸ້ມຄອງຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດຊາຍແດນ; ບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບການຄວບຄຸມຄວາມບໍ່ລົງລອຍກັນ, ຮັກສາສັນຕິພາບ, ສະຖຽນລະພາບທາງທະເລ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982, ພ້ອມກັນນັ້ນ ຕັ້ງໜ້າຊຸກຍູ້ບັນດາກົນໄກເຈລະຈາກ່ຽວກັບບັນດາບັນຫາທາງທະເລ, ປະຕິບັດ DOC ຢ່າງມີປະສິດທິຜົນ, ຊຸກຍູ້ວິວັດທະນາການທາບທາມຄວາມເຫັນກ່ຽວກັບ COC. ນອກນັ້ນ, 2 ຝ່າຍກໍ່ຕັ້ງໜ້າສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ, ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

        ເຖິງຢ່າງໃດກໍ່ຕາມ, ຍ້ອນຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19, ການຮ່ວມມືລະຫວ່າງ ຫວຽດນາມ ກັບ ຈີນ ຍັງປະສົບກັບຄວາມຫຍຸ້ງຍາກບາງຢ່າງຄື: ບາງເທື່ອການເຮັດລະບຽບການພາສີຜ່ານຊາຍແດນຍັງບໍ່ທັນລຸລ່ວງ, ບັນດາສາຍການບິນໂດຍກົງຍັງບໍ່ທັນຟື້ນຟູເປັນປົກກະຕິຄືນໃໝ່… ເຖິງຢ່າງໃດກໍ່ຕາມ, 2 ຝ່າຍຍັງຮັກສາການແລກປ່ຽນຢ່າງກົງໄປກົງມາຜ່ານຫຼາຍຊ່ອງທາງ ເພື່ອຊອກຫາມາດຕະການແກ້ໄຂ.

ການເດີນທາງໄປຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຄວາມໝາຍພິເສດ

        ໃນທ່ວງທ່າການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມທີ່ສຸດຄືແນວນັ້ນ, ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຄວາມໝາຍພິເສດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ, ຢືນຢັນວ່າ:

        “ນີ້ແມ່ນການຢ້ຽມຢາມ 2 ຝ່າຍຄັ້ງທຳອິດຂອງການນຳຂັ້ນສູງ ພັກ, ລັດ ຫວຽດນາມ ໄປ ຈີນ ຢ່າງເປັນທາງການ, ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ, ແມ່ນການໄປຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ແມ່ນການນຳຕ່າງປະເທດຂັ້ນສູງທີ່ໄປຢ້ຽມຢາມ ຈີນ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນຍິ່ງໃນການຊຸກຍູ້ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ, ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງ 2 ພັກ, 2 ລັດ, ປະກອບສ່ວນນຳການພົວພັນ 2 ຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່”.

        ກ່ອນນີ້ 5 ປີ, ພາຍຫຼັງກອງປະຊຸມຄັ້ງທີ XIX ຂອງພັກກອມມູນິດ ຈີນ ບັນລຸຜົນສຳເລັດຢ່າງຈົບງາມນັ້ນ, ທ່ານເລຂາທິການໃຫຍ່ ສີຈີ້ນຜິງ ກໍ່ເລືອກເອົາ ຫວຽດນາມ ແມ່ນປະເທດທຳອິດໄປຢ້ຽມຢາມ. ນີ້ເປັນການສະແດງໃຫ້ເຫັນມູນເຊື້ອເພີ່ມທະວີການພົວພັນຂັ້ນສູງລະຫວ່າງ 2 ພັກ, 2 ລັດ ພາຍຫຼັງກອງປະຊຸມໃຫຍ່, ກໍ່ແມ່ນສິ່ງພິສູດໃຫ້ເຫັນການພົວພັນລະຫວ່າງ ຫວຽດນາມ - ຈີນ ເໜືອກວ່າການພົວພັນ 2 ຝ່າຍທຳມະດາ ແລະ ມີຄວາມໝາຍຍຸດທະສາດສຳຄັນ. ຍ້ອນເຫດນັ້ນ, ການຢ້ຽມຢາມ ຈີນ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະກອບສ່ວນເປີດກວ້າງ ແລະ ຍົກສູງປະສິດທິຜົນການພົວພັນລະຫວ່າງ 2 ພັກ, ເປັນການກຳນົດທິດໃຫ້ແກ່ການພົວພັນຂອງ 2 ປະເທດ, ຊຸກຍູ້, ເປີດກວ້າງ ແລະ ຍົກລະດັບປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ. ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຈະກ້າວເຂົ້າສູ່ໃນໄລຍະພັດທະນາໃໝ່ ດ້ວຍໄມຕີຈິດມິດຕະພາບ, ການຮ່ວມມືທີ່ໝັ້ນຄົງໜັກແໜ້ນກວ່າ.

(ແຫຼ່ງຄັດຈາກ VOV)


top