ຂ່າວສານ

ການຢ້ຽມຢາມປະເທດ ແຟງ​ລັງ ຂອງ ທ່ານ ເລຂາທິການໃຫຍ່ ໂຕເລິມ ເປີດໂອກາດຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ

ການຢ້ຽມຢາມແມ່ນໂອກາດເພື່ອ ສອງປະເທດ ຕີລາຄາຄືນ ບັນດາຜົນສຳເລັດຂອງການຮ່ວມມືອັນດີງາມໃນອະດີດກໍຄືວາງອອກມາບັນດາການກຳນົດທິດໃຫຍ່, ເຮັດສາຍພົວພັນໃໝ່, ສ້າງກຳລັງພົນ, ນຳເອົາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານຂຶ້ນສູ່ລະດັບສູງໃໝ່.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອາເລັກຊັນເດີ ສະຕັບ, ປະທານາທິບໍດີ ແຟງລັງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງຢ້ຽມຢາມ ປະເທດ ແຟງລັງ ແຕ່ວັນທີ 20 – 22 ຕຸລາ 2025. ນີ້ແມ່ນການຢ້ຽມຢາມປະເທດ ແຟງລັງ ຄັ້ງທຳອິດຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນັບຕັ້ງແຕ່ ສອງປະເທດສ້າງຕັ້ງສາຍພົວພັນການທູດ ໃນປີ 1973. ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ:

ການຢ້ຽມຢາມແມ່ນໂອກາດເພື່ອ ສອງປະເທດ ຕີລາຄາຄືນ ບັນດາຜົນສຳເລັດຂອງການຮ່ວມມືອັນດີງາມໃນອະດີດກໍຄືວາງອອກມາບັນດາການກຳນົດທິດໃຫຍ່, ເຮັດສາຍພົວພັນໃໝ່, ສ້າງກຳລັງພົນ, ນຳເອົາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານຂຶ້ນສູ່ລະດັບສູງໃໝ່. ການຢ້ຽມຢາມຄັ້ງນີ້ຂອງ ທ່ານເລຂາທິການໃຫຍ່ ຈະສ້າງໂອກາດການຮ່ວມມືຮອບດ້ານຢ່າງເລິກເຊິ່ງກວ້າງຂວາງຫຼາຍກວ່າເກົ່າໃນຫຼາຍຂົງເຂດ, ໂດຍສະເພາະໃນບັນດາຂົງເຂດ, ຄື: ເສດຖະກິດດິຈິຕອລ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ວິທະຍາສາດ-ເຕັກໂນໂລຊີ, ການເດີນທາງທະເລ...


top