ຂ່າວສານ

ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຕໍ່ເພີ່ມກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ

ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສ່ອງແສງເນື້ອແທ້ມຸ່ງໄປເຖິງອະນາຄົດໃນການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ.
  ​ທ່ານ Marco Della Seta, ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ ປະ​ຈຳ ຫວຽດ​ນາມ (ພາບ: ສະ​ຖານ​ທູດ​ ອີ​ຕາ​ລີ ປະ​ຈຳ ຫວຽດ​ນາມ)  

ການຢ້ຽມຢາມຂອງ​ ທ່ານປະທານສະພາແຫ່ຊາດ ເຈິ່ນແທັງເໝີ້ນ ໄດ້ຕໍ່ເພີ່ມກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ”. ນີ້ແມ່ນຄຳຢືນຢັນຂອງທ່ານ Marco Della Seta, ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມກ່ອນການຢ້ຽມຢາມ ອີຕາລີ ຢ່າງເປັນທາງການຂອງທ່ານ​ ເຈິ່ນແທັງເໝີ້ນປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມເຊິ່ງດຳເນີນໄປໃນລະຫວ່າງວັນທີ 11  15 ເມສາ.

ທ່ານເອກອັກຄະລັດຖະທູດ Marco Della Seta ຢືນຢັນວ່າ ການຢ້ຽມຢາມຂອງ​ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສ່ອງແສງເນື້ອແທ້ມຸ່ງໄປເຖິງອະນາຄົດໃນການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ. ພ້ອມກັບບັນດາການພົບປະຂັ້ນສູງດ້ານລະບອລະບຽບກາຢູ່ ໂຣມລວມມີການພົບປະກັບ ທ່ານ Sergio Mattarella, ປະທານາທິບໍດີ ອີຕາລີຄາດວ່າ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກໍ່ຈະຢ້ຽມຢາມລະບົບຊີວະພາບເສດຖະກິດ ແລະ ນະວັດຕະກຳຂອງ ອີຕາລີຊຸກຍູ້ການແລກປ່ຽນລະຫວ່າງບັນດາລະບອບລະບຽບການ ແລະ ວິສາຫະກິດ.


top