ຂ່າວສານ

ການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ບັນລຸໄດ້ໝາກຜົນແທດຈິງ, ຮອບດ້ານ

ການຢ້ຽມຢາມແມ່ນຂີດໝາຍປະຫວັດສາດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ, ປະກອບສ່ວນເພີ່ມກຳລັງໜູນໃໝ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ.
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Joko Widodo (ພາບ:VOV)

ຕອນຄ່ຳວັນທີ 23 ທັນວາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ອິນໂດເນເຊຍ (21-23 ທັນວາ) ຕາມຄຳເຊີນຂອງທ່ານປະທານາທິບໍດີ Joko Widodo ຢ່າງເປັນທາງການ.

ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງການຢ້ຽມຢາມ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ການຢ້ຽມຢາມແມ່ນຂີດໝາຍປະຫວັດສາດໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ, ປະກອບສ່ວນເພີ່ມກຳລັງໜູນໃໝ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ.

ຕາມທ່ານລັດຖະມົນຕີແລ້ວ, ການຢ້ຽມຢາມບັນລຸໄດ້ບັນດາໝາກຜົນຮອບດ້ານ, ແທດຈິງ ແລະ ລະອຽດທີ່ສຸດ. ການນຳສອງປະເທດໄດ້ເຫັນດີເປັນເອກະພາບສູງກ່ຽວກັບທິດທາງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ແລະ ປະຕິບັດຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງມີປະສິດທິຜົນ, ມຸ່ງໄປເຖິງການສ້າງໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໄລຍະ 2024 – 2028. ໃນການຢ້ຽມຢາມ, ສອງຝ່າຍໄດ້ລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມມືສຳຄັນ 3 ສະບັບ ໃນບັນດາຂົງເຂດປ້ອງກັນ, ຕ້ານການກໍ່ການຮ້າຍ; ຮ່ວມມືຕໍ່ສູ້ ຕ້ານອາດຊະຍາກຳຄ້າຂາຍຢາເສບຕິດ; ແລະ ການຮ່ວມມືດ້ານພະລັງງານ ແລະ ຊັບພະຍາກອນແຮ່ທາດ. ການນຳສອງທ່ານໄດ້ຕີລາຄາສູງຕໍ່ເລື່ອງສອງປະເທດປະຕິບັດສຳເລັດການເຈລະຈາກຳນົດເຂດເສດຖະກິດພິເສດສ່ອງແສງກັບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍຢັ້ງຢືນວ່າຈະຊຸກຍູ້ການເຕີບໂຕດ້ານການຄ້າຕາມທິດສົມດຸນ ແລະ ຍືນຍົງ; ສູ້ຊົນບັນລຸ 15 ຕື້ USD ຫຼື ສູງກ່ວາກ່ອນປີ 2028.


top