ຂ່າວສານ

ການຢ້ຽມຢາມ ສ.ເກົາຫຼີ ແລະ ອິນເດຍ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວປະກອບສ່ວນສ້າງທີ່ຕັ້ງ ແລະ ກຳລັງໃໝ່ເພື່ອພັດທະນາປະເທດຊາດ

      ນັ້ນແມ່ນຄຳຢັ້ງຢືນຂອງທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການພົວພັນຕ່າງປະເທດ ສະພາແຫ່ງຊາດ ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບໝາກຜົນຂອງການຢ້ຽມຢາມ ສ.ເກົາຫຼີ ແລະ ອິນເດຍ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.
ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການພົວພັນຕ່າງປະເທດ ສະພາແຫ່ງຊາດ (ພາບ: quochoi.vn)
      ຕາມທ່ານ ຫວູຫ໋າຍຮ່າແລ້ວ, ຫວຽດນາມ ແລະ ສ.ເກົາຫຼີ ບັນລຸໄດ້ເປົ້າໝາຍຍົກລະດັບວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງດ້ານການຄ້າ ແລະ ເຂົ້າຮ່ວມລະບົບສະໜອງທົ່ວໂລກ ຂອງບັນດາວິສາຫະກິດ ສ.ເກົາຫຼີ. ສອງຝ່າຍກໍ່ເຫັນດີເປັນເອກະພາບ ຈະຮ່ວມມືກັນແລກປ່ຽນປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໃນຂະນະນັ້ນ, ອິນເດຍ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນນະໂຍບາຍມຸ່ງໄປເຖິງທາງທິດຕາເວັນອອກໃໝ່ ແລະ ຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ, ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນບັນດາຍຸດທະສາດຂອງ ອິນເດຍ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໄລຍະຜ່ານມາ, ວົງເງິນການຄ້າບັນລຸໄດ້ບັນດາບາດການພັດທະນາຢ່າງກະໂດດຂັ້ນ ແຕ່ການນຳສອງປະເທດລ້ວນແຕ່ຕັດສິນໃຈມຸ່ງໄປເຖິງການຍົກລະດັບວົງເງິນການຄ້າ ໃນໄລຍະຈະມາເຖິງຂຶ້ນເຖິງ 15 ຕື້ USD.
(ແຫຼ່ງຄັດຈາກ VOV)


top