ຂ່າວສານ

ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ

ການເດີນທາງຂອງພວກເຮົາບັນລຸຜົນສຳເລັດຢ່າງຈົບງາມ, ໄດ້ນຳມາເຊິ່ງນ້ຳໃຈ ແລະ ການແບ່ງປັນທີ່ຈິງໃຈຂອງຜູ້ທີ່ຢູ່ເຂດດິນຕໍ່ແຜ່ນທີີ່ມີຕໍ່ທະຫານ ແລະ ປະຊາຊົນຢູ່ບັນດາເກາະທາງທິດຕາເວັນຕົກພາກໃຕ້ຂອງປະເທດຊາດ.
(ພາບປະກອບ: qdnd.vn)

ພາຍຫຼັງ 5 ວັນ, ການເດີນທາງໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ບັນດາເຂດໝູ່ເກາະທາງທິດຕາເວັນຕົກພາກໃຕ້ ຫວຽດນາມ ໂດຍກອງບັນຊາການທະຫານເຮືອເຂດ 5 ສົມທົບກັບແຂວງ ກ່າເມົາ, ຊອັກຈັງ, ວິງລອງ, ນະຄອນ ເກີນເທີ, ບິ່ງເຢືອງ, ດົ່ງນາຍ, ໄດ້ສິ້ນສຸດລົງດ້ວຍຄວາມປະທັບໃຈທີ່ດີລາມ ແລະ ປອດໄພ ລະຫວ່າງທະຫານ - ປະຊາຊົນ; ຄວາມສະໜິດຕິດພັນລະຫວ່າງແນວຫຼັງ ແລະ ແນວໜ້າ. ທ່ານພັນເອກ ຟ້າມກວາງວິງ, ຮອງຜູ້ບັນຊາການທະຫານເຮືອເຂດ 5,  ແບ່ງປັນວ່າ:

        “ຕາມຂ້າພະເຈົ້າແລ້ວ, ການເດີນທາງຂອງພວກເຮົາບັນລຸຜົນສຳເລັດຢ່າງຈົບງາມ, ໄດ້ນຳມາເຊິ່ງນ້ຳໃຈ ແລະ ການແບ່ງປັນທີ່ຈິງໃຈຂອງຜູ້ທີ່ຢູ່ເຂດດິນຕໍ່ແຜ່ນທີີ່ມີຕໍ່ທະຫານ ແລະ ປະຊາຊົນຢູ່ບັນດາເກາະທາງທິດຕາເວັນຕົກພາກໃຕ້ຂອງປະເທດຊາດ. ເຖິງວ່າການເດີນທາງໄດ້ສິ້ນສຸດລົງກໍ່ຕາມ, ແຕ່ຂ້າພະເຈົ້າຄິດວ່າ ດ້ວຍການລະດົມກຳລັງໃຈ, ການແບ່ງປັນ ແລະ ການປະກອບສ່ວນໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນໄລຍະຈະມາເຖິງເສດຖະກິດ, ທ່າຮົບປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ບັນດາເຂດທະເລ, ໝູ່ເກາະຈະພັດທະນາກວ່າ”.

(ແຫຼ່ງຄັດຈາກ VOV)


top