ເດືອນ ພຶດສະພາ 2017, ລັດຖະບານໄດ້ປະກາດໃຊ້ ດຳ ລັດ 57/2017/NĐ-CP ກຳນົດ ນະໂຍບາຍ ບຸລິມະສິດ ຮັບສະໝັກນັກຮຽນ ແລະ ຊ່ວຍເຫຼືອການຮຽນ ສຳລັບເດັກ ນ້ອຍຮຽນອະນຸບານ, ນັກຮຽນ, ນັກສຶກສາ ທີ່ສັງກັດ 16 ເຜົ່າຊົນສ່ວນນ້ອຍ (ມີຈຳນວນພົນລະເມືອງ ນ້ອຍກວ່າ 100.000 ຄົນ ເຊັ່ນ: ກົ໋ງ, ມ໊າງ, ລາຫູ, ປູແປ໋ວ, ຊີລາ, ເກ່ີ ລາວ, ໂບ໋ອີ, ລາຮາ, ງ໋າຍ, ຈຶດ, ເອີດູ, ເບຣົາ, ເຣີມຳ, ໂລ ໂລ, ລື້ ແລະ ປ່າແຖນ). ຕາມນັ້ນ, ເດັກນ້ອຍ ຮຽນອະນຸ ບານ, ນັກຮຽນ, ນັກສຶກສາ ຊົນເຜົ່າ ສ່ວນນ້ອຍ ໄດ້ ຮັບບຸ ລິມະສິດ ເຂົ້າຮຽນ ຢູ່ຕາມພື້ນຖານ ການສຶກສາທີ່ ສອດ ຄ່ອງ ຕາມຄວາມມຸ່ງມາດປາດຖະໜາ ຂອງຕົນ; ພ້ອມ ນັ້ນ ແມ່ນບັນດານະໂຍບາຍ ຊ່ວຍເຫຼືອໃຫ້ພວກນ້ອງ ໃນ ການຮຽນ ທີ່ແທດເໝາະກັບ ຄວາມເປັນຈິງ. |