ຂ່າວສານ

ການພົວ​ພັນ​ຕ່າງ​ປະ​ເທດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ແຈ້​ງສີ​ສັນ​ເພື່ອ​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທ​ດ​ຊາດ

ຂະແໜງການຕ່າງປະເທດ ຫວຽດນາມ ຈະໃຫ້ບຸລິມະສິດສືບຕໍ່ປັບປຸງສະພາບການພົວພັນຕ່າງປະເທດໃຫ້ມີສະຖຽນລະພາບ, ສັນຕິພາບ ແລະ ມີຄວາມສະດວກເພື່ອພັດທະນາ; ຍູ້ແຮງການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະເທດໃຫຍ່, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ, ເພື່ອນມິດທີ່ເປັນມູນເຊື້ອ ແລະ ບັນດາຄູ່ຮ່ວມມືສຳຄັນອື່ນໃຫ້ເຂົ້າສູ່ລວງເລິກ, ແທດຈິງ.
  ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ   

ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບໜ້າທີ່ພົວພັນຕ່າງປະເທດໃນປີ 2023, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ສະພາບການເສດຖະກິດໂລກໃນປີ 2023 ຄາດວ່າຍັງຊ້ອນແຝງສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍກວ່າປີ 2022.        ດັ່ງນັ້ນ, ຂະແໜງການຕ່າງປະເທດ ຫວຽດນາມ ຈະໃຫ້ບຸລິມະສິດສືບຕໍ່ປັບປຸງສະພາບການພົວພັນຕ່າງປະເທດໃຫ້ມີສະຖຽນລະພາບ, ສັນຕິພາບ ແລະ ມີຄວາມສະດວກເພື່ອພັດທະນາ; ຍູ້ແຮງການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະເທດໃຫຍ່, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ, ເພື່ອນມິດທີ່ເປັນມູນເຊື້ອ ແລະ ບັນດາຄູ່ຮ່ວມມືສຳຄັນອື່ນໃຫ້ເຂົ້າສູ່ລວງເລິກ, ແທດຈິງ. ຫວຽດນາມ ກໍຈະຍູ້ແຮງ ແລະ ຍົກລະດັບການພົວພັນການຕ່າງປະເທດຫຼາຍຝ່າຍ ແລະ ຍົກສູງບົດບາດຂອງ ຫວຽດນາມ ໃນການສ້າງ, ກຳນົດລະບອບລະບຽບການຫຼາຍຝ່າຍ; ມີການປະພຶດຕໍ່ຂໍ້ລິເລີ່ມຕ່າງໆກ່ຽວກັບການຮ່ວມສຳພັນໃໝ່ຢູ່ພາກພື້ນຢ່າງເປັນເຈົ້າການ, ມີໄຫວພິບ, ປະສິດທິຜົນ ແລະ ສອດຄ່ອງກັບຜົນປະໂຫຍດ, ຄວາມໝັ້ນຄົງຂອງປະເທດຊາດ.

ການຕ່າງປະເທດກໍຈະເພີ່ມທະວີການສົມທົບກັບການພົວພັນຕ່າງປະເທດກັບກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ, ກຳແໜ້ນສະພາບການຢູ່ທະເລຕາເວັນອອກ ແລະ ຊາຍແດນທາງບົກ. ທ່ານກ່າວວ່າ:

“ຕໍ່ໜ້າການຫັນປ່ຽນຢ່າງໃຫຍ່ຫຼວງຂອງຍຸກສະໄໝ, ການພົວພັນຕ່າງປະເທດຂອງ ຫວຽດນາມ ຍິ່ງສະແດງໃຫ້ເຫັນສີສັນຢ່າງຈະແຈ້ງເພື່ອປົກປັກຮັກສາຄວາມໝັ້ນຄົງ ແລະ ເສີມຂະຫຍາຍຜົນປະໂຫຍດຂອງປະເທດຊາດ ຢ່າງແຮງ. ສະພາບການນັບມື້ນັບສັບສົນ, ຍິ່ງຕ້ອງມີຄວາມຢຶດໝັ້ນຕໍ່ຫຼັກການ ແລະ ຍິ່ງມີໄຫວພິບກ່ຽວກັບນະໂຍບາຍຮັບມື. ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ, ຂະແໜງການຕ່າງປະເທດ ຈະຕັດສິນໃຈພັດທະນາພື້ນຖານການຕ່າງປະເທດ ຫວຽດນາມ ໃຫ້ “ມີທັງຄຸນສົມບັດ ມີທັງຄວາມເກັ່ງກ້າສາມາດ”, ທັງໝັ້ນຄົງເຂັ້ມແຂງ, ນຳໜ້າ, ຮອບດ້ານ, ທັນສະໄໝ, ເປັນເຈົ້າການ, ປັບຕົວໃຫ້ແທດເໝາະ ເພື່ອໃຫ້ເໝາະສົມກັບພາລະກິດອັນໜັກໜ່ວງ ແຕ່ສະຫງ່າລາສີທີ່ສຸດ ເຊິ່ງພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້”.


top