ຂ່າວສານ

ການພົວພັນແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ-ຈີນ ແຕ່ວັນທີ 19 -21 ພະຈິກ

      ນີ້ແມ່ນແຫຼ່ງຂ່າວໄດ້ຮັບການປະກາດທີ່ການຖະແຫຼງຂ່າວເຊິ່ງໄດ້ຈັດຕັ້ງໃນວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ.

ການຖະແຫຼງຂ່າວຈັດຕັ້ງໃນວັນທີ 14 ພະຈິກ
      ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ -ຈີນ ຄັ້ງທີ 5 ຈະຈັດຕັ້ງແຕ່ວັນທີ 19 -21 ພະຈິກ ຢູ່ ເມືອງ ຟຸກຮ່ວາ, ນະຄອນ ກາວບັ່ງ, ແຂວງ ກາວບັ່ງ (ຫວຽດນາມ) ແລະ ເມືອງ ຫລູງຈູ, ນະຄອນ ຈູ໋ງຈົ່ວ, ເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ, ແຂວງ ກວາງສີ (ຈີນ).
        ນີ້ແມ່ນແຫຼ່ງຂ່າວໄດ້ຮັບການປະກາດທີ່ການຖະແຫຼງຂ່າວເຊິ່ງໄດ້ຈັດຕັ້ງໃນວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ. ທ່ານພົນຈັດຕະວາ ຫງວຽນດ້າຍໂຫ້ຍ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ, ຢັ້ງຢືນວ່າ: ຜ່ານ 5 ປີແຫ່ງການຜັນຂະຫຍາຍ, ບັນດາໂຄງການພົວພັນແລກປ່ຽນມິດຕະພາບປ້ອງກັນຊາດ, ຊາຍແດນມີກຳລັງແຜ່ຂະຫຍາຍຢ່າງກ້ວາງຂວາງ, ສ້າງຄວາມປະທັບໃຈອັນດີງາມຕໍ່ອຳນາດການປົກຄອງ, ປະຊາຊົນ, ກຳລັງປ້ອງກັນຊາຍແດນ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດກ່ຽວກັບມູນເຊື້ອຄວາມສາມັກຄີ, ມິດຕະພາບລະຫວ່າງທະຫານປ້ອງກັນຊາຍແດນຫວຽດນາມ ແລະ ທະຫານປ້ອງກັນຊາຍແດນບັນດາປະເທດບ້ານໃກ້ເຮືອນຄຽງ.
 (ແຫຼ່ງຄັດຈາກ VOV)


top