ຂ່າວສານ

ການພົວພັນລະຫວ່າງຫ້ອງວ່າການປະທານປະເທດຫວຽດນາມ-ລາວນັບມື້ນັບໄດ້ຮັບການຮັດແໜ້ນ


ການ​ເຈ​ລະ​ຈາ​ຂັ້ນ​ສູງ​ລະ​ຫວ່າງ 2 ອົງ​ການ
(ພາບ: TTXVN)
​      ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ລາວ ຄຳ​ເມີງ ພົງ​ທະ​ດີ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ຫວຽດ​ນາມ ໂດຍ​ທ່ານ ດ່າວ​​ຫວຽດ​ຈູງ, ຫົວ​ໜ້າ​ຫ້ອງວ່າ​ການ​ນຳ​ໜ້າ, ໄດ​້ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ ໃນ​ລະ​ຫວ່າງວັນ​ທ​ີ 04 – 07/04. ຕອນ​ບ່າຍ​ວັນ​ທີ 04/04, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ທ່ານ ດ່າວ​ຫວຽດ​ຈູງ ແລະ ທ່ານ ຄຳ​ເມີງ ພົງ​ທະ​ດີ ໄດ້​ເປັນ​ປະ​ທານ​ຮ່ວມການ​ເຈ​ລະ​ຈາ​ຂັ້ນ​ສູງ​ລະ​ຫວ່າງ 2 ອົງ​ການ. 2 ຝ່າຍ​ໄດ້​​ສະ​ແດງ​ຄວາມ​ເພ​ິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ 2 ຫ້ອງວ່າ​ການ​ປະ​ທານ​ປະ​ເທດ ໄດ້​ຮັບ​ການ​ປັບ​ປຸງ ແລະ ຮັດ​ແໜ້ນ​ຢ່າງບໍ່​ຢຸດຢັ້ງກວ່າ ນັບ​ແຕ່​ເມື່ອ “​ຂໍ້​ຕົກ​ລົງ​​ຮ່ວມ​ມືລະ​ຫວ່າງ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ຫວຽດ​ນາມ ແລະ ຫ້ອງວ່າ​ການ​ປະ​ທານ​ປ​ະ​ເທດ​ລາວ” ໄດ້ລົງ​ນາມ​​ເມື່ອ​ເດືອນ 03/2012. 2 ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ແລກ​ປ່ຽນ​ຂ​ໍ້​ມູນ​ຂ່າວ​ສານ​ຢ່າງ​ທັນ​ການ; ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ຮ່ຳ​ຮຽນ, ແລກ​ປ່ຽນ​ບົດ​ຮຽນ, ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ດ້ານ​ການ​ເມືອງ, ວັດ​ທະ​ນະ​ທຳ, ກິ​ລາ… ລະ​ຫວ່າງ​ພະ​ນັກ​ງານ​ 2 ຫ້ອງວ່າ​ການ​ປະ​ທານ​ປະ​ເທດ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ໃນ​ຂົງ​ເຂດ​ວິ​ຊາ​ສະ​ເພາະ, ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ເປັນ​ເສ​ນ​າ​ທິ​ການ​ໃຫ້​ການ​ນຳ​ຂັ້ນ​ສູງ, ວຽກ​ງານ​ຄ​ຸ້ມ​ຄ​ອງ​ຫ້ອງວ່າ​ການ ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ…
 (ແຫຼ່ງຄັດຈາກ VOV)

top