ຂ່າວສານ

ການພົວພັນລະຫວ່າງຫວຽດນາມ-ອາເມລິກາສືບຕໍ່ທ່າພັດທະນາຢ່າງໝັ້ນຄົງ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ

      ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ມີການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 08 – 09 ກໍລະກົດ, ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ. ຫວຽດນາມ ແມ່ນປະເທດທຳອິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ໄປຢ້ຽມຢາມ, ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງໃນເດືອນເມສາ ປີ 2018 ນີ້. ການຢ້ຽມຢາມໄດ້ເປັນຂີດໝາຍພັດທະນາໃໝ່ໃນການພົວພັນ 2 ຝ່າຍ ກໍຄືທີ່ຕັ້ງບົດບາດຂອງຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Donald Trump.

(ພາບປະກອບ:TTXVN) 
      ຫວຽດນາມ ແມ່ນປະເທດທຳອິດໃນການເດີນທາງຢ້ຽມຢາມ 5 ປະເທດຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo (ເຊິ່ງລວມມີ: ສປປ.ເກົາຫຼີ, ຍີ່ປຸ່ນ, ຫວຽດນາມ, ບັນດາປະເທດສະຫະລັດອາຣັບເອມມີເລດ (UAE), ແບນຊິກ ໃນລະຫວ່າງວັນທີ 05 – 12 ກໍລະກົດ). ການຢ້ຽມຢາມຫວຽດນາມ ໄດ້ດຳເນີນພາຍຫຼັງທີ່ທ່ານ Mike Pompeo ສິ້ນສຸດການຢ້ຽມຢາມປະເທດຍີ່ປຸ່ນ, ສປປ.ເກົາຫຼີ. ຕາມໂຄສົກກະຊວງການຕ່າງປະເທດອາເມລິກາ ທ່ານ Heather Nauert ແລ້ວ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງອາເມລິກາ. ຫວຽດນາມ ແມ່ນຕົວຢ່າງໜຶ່ງທີ່ດີເດັ່ນຂອງປະເທດໜຶ່ງທີ່ໄດ້ປະຕິບັດໃນຂົງເຂດເສດຖະກິດ, ການຄ້າກັບອາເມລິກາ ແລະ ບັນດາປະເທດອື່ນທີ່ມີການພົວພັນກັບຫວຽດນາມ ເປັນຢ່າງດີ.

ສືບຕໍ່ທ່າພົວພັນດ້ານການເມືອງອັນດີງາມ
        ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາບັນລຸໄດ້ບັນດາຂີດໝາຍພິເສດ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ປີ 2017 ແມ່ນປີສ້າງໄດ້ຂອບເຂດ ແລະ ສືບຕໍ່ທ່າພັດທະນາການພົວພັນ 2 ຝ່າຍ. ໃນປີ 2017, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊິ່ງແມ່ນການນຳຜູ້ທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄປຢ້ຽມຢາມອາເມລິກາ, ທ່ານປະທານາທິບໍດີອາເມລິກາ Donald Trump ກໍເລືອກເອົາຫວຽດນາມ ເຊິ່ງແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ ທຳອິດເພື່ອມາຢ້ຽມຢາມ ແລະ ແມ່ນປະທານາທິບໍດີອາເມລິກາ ຜູ້ທຳອິດມາຢ້ຽມຢາມຫວຽດນາມ ນັບແຕ່ຕົ້ນອາຍຸການ. ໃນການຢ້ຽມຢາມ 5 ປະເທດອາຊີຕາເວັນອອກສ່ຽງໃຕ້ ປີ 2017, ຫວຽດນາມ ກໍແມ່ນປະເທດທຳອິດເຊິ່ງທ່ານປະທານາທິບໍດີ Trump ສະຫງວນເວລາຢ້ຽມຢາມຫຼາຍກວ່າໝູ່ ກໍຄືເລືອກເອົາຫວຽດນາມ ເພື່ອປະກາດຍຸດທະສາດໃໝ່ຂອງອາເມລິກາ ກັບພາກພື້ນ. ບັນດາການຜັນແປດັ່ງກ່າວໄດ້ຊີ້ໃຫ້ເຫັນ “ຄວາມເອົາສົນໃຈເປັນພິເສດ” ແລະ ປາດຖະໜາຢາກຊຸກຍູ້ການພົວພັນທາງການທູດລະຫວ່າງ 2 ປະເທດຂອງອາເມລິກາ.
        ສືບຕໍ່ທ່າພົວພັນອັນດີງາມໃນປີ 2017, ການຢ້ຽມຢາມຂອງກ່ຳປັ່ນບັນທຸກເຮືອບິນອາເມລິກາ USS Carl Vinson ມາດ່ານັ້ງ ໃນລະຫວ່າງວັນທີ 05 – 09 ມີນາ 2018 ກໍແມ່ນຂີດໝາຍສຳຄັນໃໝ່ໃນວິວັດທະນາການເພີ່ມທະວີສາຍສຳພັນລະຫວ່າງຫວຽດນາມ ແລະ ອາເມລິກາ. ການຢ້ຽມຢາມໄດ້ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາເໝາະສົມກັບຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ.
        ແລະການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໃນຄັ້ງນີ້ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
        ຕີລາຄາກ່ຽວກັບການພົວພັນດ້ານການເມືອງລະຫວ່າງຫວຽດນາມ - ອາເມລິກາ, ທ່ານ Anthonu Nelson, ຫົວໜ້າຜູ້ຮັບຜິດຊອບບັນດາບັນຫາອາຊີຕາເວັນອອກ ແລະ ປາຊີຟິກ ຂຶ້ນກັບກຸ່ມບໍລິສັດ Albright Stonebridge, ຖືວ່າ.
        “ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ໃຫ້ບຸລິມະສິດໃນການພົວພັນກັບອາຊີ, ໃນນັ້ນມີຫວຽດນາມ. ບັນດາເຈົ້າໜ້າທີ່ອາເມລິກາ ໄດ້ມີການໄປປະຕິບັດງານເຖິງເຂດອາຊີ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ອາເມລິກາ ພວມໃຫ້ບຸລິມະສິດແກ່ການພົວພັນກັບອາຊີ. ຂ້າພະເຈົ້າຖືວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Trump ແມ່ນຢາກພັດທະນການພົວພັນກັບອາຊີ”.

      ການພົວພັນດ້ານການຄ້າສືບຕໍ່ທ່າເຕີບໂຕທີ່ໜ້າປະທັບໃຈ
        ພ້ອມກັບການພົວພັນດ້ານການເມືອງ ທີ່ພວມພັດທະນາຢ່າງຖືກທິດ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງຫວຽດນາມ ແລະ ອາເມລິກາ ສືບຕໍ່ໄດ້ຮັບການເຕີບໂຕ ດ້ວຍວົງເງິນການຄ້າ 2 ສົ້ນບັນລຸ 51 ຕື້ USD ໃນປີ 2017. ສ່ວນໃນໄລຍະຍາວກວ່າແຕ່ປີ 2000 – 2017, ການຄ້າສິນຄ້າຫວຽດນາມ - ອາເມລິກາ ໄດ້ມີບາດກ້າວພັດທະນາຢ່າງກະໂດດຂັ້ນ ດ້ວຍລະດັບເຕີບໂຕເພີ່ມຂຶ້ນ 40 ເທົ່າ. ນັ້ນແມ່ນບັນດາໝາກຜົນທີ່ມີຄວາມໝາຍຢ່າງແທດຈິງ.
        ທ່ານ James W.Fatheree, ຮອງປະທານຫ້ອງການການຄ້າອາເມລິກາ, ຜູ້ຮັບຜິດຊອບພາກພື້ນອາຊີ, ຖືວ່າ.
        “ພວກຂ້າພະເຈົ້າຫວັງວ່າ ການຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ. ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໄດ້ຮັບການເພີ່ມທະວີ ແລະ ມາຮອດປະຈຸບັນ, ພວກເຮົາພວມຢູ່ໃນເສັ້ນທາງການຮ່ວມມືອັນດີງາມ. ພວກຂ້າພະເຈົ້າຫວັງວ່າ, ລັດຖະບານຂອງທ່ານປະທານາທິບໍດີອາເມລິກາ Donald Trump ຈະສືບຕໍ່ຖືຫວຽດນາມ ແມ່ນພື້ນຖານເສດຖະກິດພວມພົ້ນເດັ່ນຂຶ້ນທີ່ສຳຄັນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ປະຊາຄົມວິສາຫະກິດອາເມລິກາ ສົນໃຈເປັນພິເສດເຖິງຕະຫຼາດຫວຽດນາມ. ພວກຂ້າພະເຈົ້າຈະຂົນຂວາຍລັດຖະບານສືບຕໍ່ນະໂຍບາຍຮ່ວມມືກັບຫວຽດນາມ”.
        ເຖິງຢ່າງໃດກໍ່ຕາມ, ໃນສະພາບການອຳນາດການປົກຄອງອາເມລິກາ ໄດ້ ແລະ ພວມສືບຕໍ່ປັບປຸງບັນດານະໂຍບາຍ ແລະ ການພົວພັນກັບບັນດາປະເທດ, ຕາມທິດຖືເອົາຜົນປະໂຫຍດຂອງອາເມລິກາ ແມ່ນສຳຄັນກວ່າສິ່ງໃດໝົດ, ເພື່ອສືບຕໍ່ເສີມຂະຫຍາຍທ່າພົວພັນນັ້ນ, 2 ປະເທດຄວນຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງໃນບັນດາການຢ້ຽມຢາມຂັ້ນສູງໃຫ້ເປັນຢ່າງດີ; ມີວິທີສຳພັດ ແລະ ກົນໄກເຈລະຈາຢ່າງມີປະສິດທິຜົນ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ແລະ ເກີດຂຶ້ນໃຫ້ເໝາະສົມກັບຜົນປະໂຫຍດຂອງທັງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)
 


top