ຂ່າວສານ

ການພົວພັນມິດຕະພາບ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

      ສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ ແມ່ນສາຍພົວພັນສັດຊື່ບໍລິສຸດ, ຫາຍາກໃນປະຫວັດສາດ, ແມ່ນແບບຢ່າງໃນການພົວພັນສາກົນ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ
(ພາບ: TTXVN)
      ຕອນເຊົ້າວັນທີ 06 ທັນວາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດປະເທດ ສປປ.ລາວ ໂດຍທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ນຳໜ້າ, ເລີ່ມຕົ້ນການຢຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 06 – 08 ທັນວາ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ. ການຢ້ຽມຢາມເປັນການພິສູດໃຫ້ເຫັນຢ່າງມີຊີວິດຊີວາກ່ຽວກັບນ້ຳໃຈສະໜິດແໜ້ນ, ຖືເປັນສຳຄັນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງພິເສດຂອງພັກ, ລັດ ລາວ ທີ່ມີຕໍ່ ຫວຽດນາມ; ຍູ້ແຮງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
        ການຢ້ຽມຢາມສັນຖະວະໄມຕີປະເທດ ສສ. ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ແມ່ນການໄປປະຕິບັດງານຕ່າງປະເທດເປັນຄັ້ງທຳອິດຂອງ ທ່ານ ໄຊສົມພອນ ພົມວິຫານ ພາຍຫຼັງໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດປະເທດ ສປປ.ລາວ ອາຍຸການ 2021 – 2026.
ສາຍພົວພັນສະໜິດແໜ້ນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ
        ສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ ແມ່ນສາຍພົວພັນສັດຊື່ບໍລິສຸດ, ຫາຍາກໃນປະຫວັດສາດ, ແມ່ນແບບຢ່າງໃນການພົວພັນສາກົນ. ຮ່ວມເດີນທາງພ້ອມກັບທ່າອ່ຽງພັດທະນາລວມຂອງການພົວພັນ 2 ຝ່າຍ, ໃນຊຸມປີຜ່ານມາ, ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ; ຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາຫົວເລື່ອງສະເພາະ ເພື່ອແບ່ງປັນບົດຮຽນໃນວຽກງານສ້າງກົດໝາຍ; ຊຸກຍູ້, ໜູນຊ່ວຍ ແລະ ຕິດຕາມກວດກາເລື່ອງລັດຖະບານ 2 ປະເທດ ຈັດຕັ້ງການປະຕິບັດສົນທິສັນຍາ, ສັນຍາ, ຂໍ້ຕົກລົງຫຼາຍສະບັບ ແລະ ບັນດາໂຄງການຮ່ວມມືທີ່ໄດ້ລົງນາມ ເພື່ອນຳມາເຊິ່ງປະສິດທິຜົນຢ່າງແທດຈິງທີ່ສຸດໃຫ້ແກ່ປະຊາຊົນ 2 ປະເທດ; ເປັນປະທານຮ່ວມຈັດພິທີສະເຫຼີມສະຫຼອງໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຢູ່ແຂວງ ເຊີນລາ ໃນປີ 2012 ແລະ ປີ 2017… ນອກຈາກນັ້ນ, ຍາມໃດສະພາແຫ່ງຊາດ 2 ປະເທດກໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຮ່ວມມືຢູ່ພາກພື້ນ ແລະ ສາກົນ.
        ຫວ່າງມໍ່ໆມານີ້, ເຖິງວ່າໂລກລະບາດໂຄວິດ-19 ກໍ່ຜົນສະທ້ອນເຖິງທຸກດ້ານຂອງຊີວິດການເປັນຢູ່ກໍ່ຕາມ, ແຕ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ຍັງດຳເນີນໄປຢ່າງແໜ້ນແຟ້ນ. ໃນນັ້ນ ພົ້ນເດັ່ນແມ່ນເລື່ອງ ສະພາແຫ່ງຊາດ ຫວຽດນາມ ໄດ້ຕັ້ງໜ້າໜູນຊ່ວຍ, ຊ່ວຍເຫຼືອສະພາແຫ່ງຊາດ ລາວ ໃນການຈັດຕັ້ງການປະຕິບັດ, ຕິດຕາມ ແລະ ກວດກາໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ - ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວ. ດ້ວຍງົບປະມານກວ່າ 111 ລ້ານ USD, ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ (ເຊິ່ງໄດ້ຈັດພິທີມອບຮັບໃນເດືອນ ສິງຫາ 2021) ແມ່ນກິດຈະກຳທີ່ມີຄວາມໝາຍທາງດ້ານການເມືອງ - ການພົວພັນຕ່າງປະເທດ, ເປັນການສືບທອດມູນເຊື້ອມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະໃໝ່, ໄລຍະສ້າງສາ ແລະ ພັດທະນາຂອງທັງ 2 ປະເທດ ແລະ ແມ່ນໜຶ່ງໃນບັນດາສັນຍາລັກຂອງນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດຖະບານ, 2 ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.
2 ຝ່າຍສືບຕໍ່ຊຸກຍູ້ການປະຕິບັດການຫັນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ
ແລະ ສະພາແຫ່ງຊາດ ລາວ ໃຫ້ປະກົດຜົນເປັນຈິງ
(ພາບ: TTXVN)
      ຫັນບັນດາຂໍ້ຕົກລົງຮ່ວມມືຢ່າງຄົບຊຸດ, ມີປະສິດທິຜົນໃຫ້ປະກົດຜົນເປັນຈິງ
        ໃນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຄັ້ງນີ້ຂອງ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, 2 ຝ່າຍສືບຕໍ່ຊຸກຍູ້ການປະຕິບັດການຫັນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ໃຫ້ປະກົດຜົນເປັນຈິງ, ແລກປ່ຽນກ່ຽວກັບທິດທາງ ແລະ ມາດຕະການເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດ ໃນໄລຍະຈະມາເຖິງ. 2 ຝ່າຍກໍ່ແບ່ງປັນບົດຮຽນກ່ຽວກັບການປະຕິບັດບັນດາໜ້າທີ່ຂອງສະພາແຫ່ງຊາດ ໃນຂົງເຂດສ້າງກົດໝາຍ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ.
        ນອກນັ້ນ, ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ມີການພົບປະກັນ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກໍຄືເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບການນຳຂັ້ນສູງຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ເພື່ອແນໃສ່ສືບຕໍ່ປຶກສາຫາລື, ແລກປ່ຽນທັດສະນະ ແລະ ມາດຕະການໃນການຊຸກຍູ້ການຮ່ວມມື 2 ຝ່າຍໃຫ້ບັນລຸປະສິດທິຜົນ, ແທດຈິງ ຕາມຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ.
        ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ຄັ້ງນີ້ ບໍ່ພຽງແຕ່ເປັນການຢັ້ງຢືນຄືນຄວາມສະໜິດຕິດພັນ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ເທົ່ານັ້ນ, ຫາກຍັງເປັນການສະແດງໃຫ້ເຫັນການພົວພັນອັນສະໜິດແໜ້ນລະຫວ່າງສະພາແຫ່ງຊາດ 2 ປະເທດ ທີ່ພວມສືບຕໍ່ໄດ້ຮັບການປັບປຸງ ແລະ ມີປະສິດທິຜົນອີກດ້ວຍ. ດ້ວຍລາຍການເຄື່ອນໄຫວທີ່ອຸດົມສົມບູນ, ການຢ້ຽມຢາມຄັ້ງນີ້ິ້ແນ່ນອນວ່າ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດຢ່າງແຮງກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃຫ້ດີຍິ່ງກວ່າອີກ.
(ແຫຼ່ງຄັດຈາກ VOV)


top