ຂ່າວສານ

ການພົວພັນດ້ານການຄ້າ ຫວຽດນາມ ແລະ ພາກພື້ນຕາເວັນອອກກາງເພີ່ມຂຶ້ນຢ່າງກະໂດດຂັ້ນ

      ຕາມກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ປີ 2017 ຍອດວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງພາກພື້ນຕາເວັນອອກກາງ ຄາດຄະເນວ່າ ບັນລຸໄດ້ 9,6 ຕື້ USD.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ອິດສະລາແອັນ Reuven Ruvi Rivlin
      ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍແມ່ນ ໂທລະສັບມືຖື, ຄອມພິວເຕີ ແລະ ເຄື່ອງອາໄຫຼ່ເອເລັກໂຕນິກ, ສິນໃນນ້ຳ…ນອກນັ້ນ, ບາງປະເພດສິນຄ້າຄືຊາ, ຜະລິດຕະພັນເຫຼັກກ້າ…ສືບຕໍ່ເຕີບໂຕຢ່າງແຮງ ແລະ ບັນລຸວົງເງິນການຄ້າໃຫຍ່ພໍສົມຄວນ.
        ກ່ຽວກັບການຕະຫລາດ, ບາງຕະຫລາດສົ່ງອອກມີລະດັບການເຕີບໂຕສູງຄື: ຕວກກີ ດ້ວຍລະດັບການເຕີບໂຕບັນລຸສະຖິຕິເກືອບ 1,9 ຕື້ USD; ຖັດມາແມ່ນ ອິດສະລາແອັນ, ອາຣັບ ຊະອຸດີ, ສະຫະລັດ ອາຣັບ ເອມີເລັດ (UAE).
 (ແຫຼ່ງຄັດຈາກ VOV)
 

top