ຂ່າວສານ

ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ຮັກສາທ່າຄືບໜ້າດີໃນຫລາຍຂົງເຂດ

      ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາ ໄດ້ຮັກສາທ່າບາດກ້າວຄືບໜ້າດີ ໃນຫລາຍຂົງເຂດ, ໃນນັ້ນ ມີການຮ່ວມມືກ່ຽວກັບດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ. 

 ທ່ານ ດ່ວານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ  (ພາບ: TTXVN)
      ຕອນບ່າຍວັນທີ 28 ພຶດສະພາ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມທີ່ກ່ຽວຂ້ອງເຖິງເລື່ອງ ອາເມລິກາ ໃກ້ຈະມອບສົ່ງໃຫ້ ກ່ຳປັ່ນລາດຕະເວນຂະໜາດໃຫຍ່ໃຫ້ ຫວຽດນາມ, ທ່ານ ດ່ວານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: “ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາ ໄດ້ຮັກສາທ່າຄືບໜ້າດີ ໃນຫລາຍຂົງເຂດ, ໃນນັ້ນ ມີການຮ່ວມມືກ່ຽວກັບດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ. ບົນພື້ນຖານຂໍ້ຕົກລົງທີ່ 2 ຝ່າຍບັນລຸໄດ້, ໃນນັ້ນ ມີບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດປີ 2011, ຖະແຫຼງການກ່ຽວກັບວິໄສທັດລວມວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດປີ 2015 ແລະ ແຜນການຮ່ວມມືດ້ານປ້ອງກັນຊາດໄລຍະ 2018 – 2020, 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ, ໃນນັ້ນ ມີການຮ່ວມມືຄວາມໝັ້ນຄົງໃນການເດີນເຮືອ ແລະ ຍົກສູງກຳລັງຄວາມສາມາດໃນການປະຕິບັດກົດໝາຍຢູ່ທະເລ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ”.
 (ແຫຼ່ງຄັດຈາກ VOV)


top