ຂ່າວສານ

ການພົວພັນຂອງຫວຽດນາມກັບບັນດາສະມາຊິກG20ນັບມື້ນັບມີປະສິດທິຜົນ

ທ່ານ​ ດ່​ວານ​ຊວ​ນ​ຮືງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປ​ະ​ຈຳ ເຢ​ຍ​ລະ​ມັນ
        ກ່ອນ​ທີ່​​ຈະຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດກຸ່ມ​ບັນ​ດາ​ພື້ນ​ຖານ​ເສ​ດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ​ແຖວ​ໜ້າ (G20), ເວ​ທີ​ປາ​ໄສ​ໄດ້​ເຕົ້າ​ໂຮມ 20 ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ຈະ​​ດຳ​ເນີນຢູ່ Bonn (ເຢຍ​ລະ​ມັນ) ໃນ​ວັນ​ທີ 16 – 17/2, ທ່ານ​ ດ່​ວານ​ຊວ​ນ​ຮືງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປ​ະ​ຈຳ ເຢ​ຍ​ລະ​ມັນ ໄດ້​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ, ຕີ​ລາ​ຄາ​ກ່ຽວ​ກັບ​ບົດ​ບາດ​ຂອງ G20 ແລະ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ G20. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດ່​ວານ​ຊວນ​ຮືງ ແລ້ວ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ G20 ພວມ​ພັດ​ທະ​ນາ​​ຢ່າງ​ດີ​ງາມ. ປະ​ຈຸ​ບັນ, 10 ສະ​ມາ​ຊິກ G20 ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ 2 ສະ​ມາ​ຊິກ​ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ ຫວຽດ​ນາມ. ບັນ​ດາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຂອງ ຫວຽດ​ນາມ ກັບ​ບັນ​ດາ​ສະ​ມາ​ຊິກ G20 ນັບ​ມື້​ນັບ​ໄດ້​ເປີດ​ກ້​ວາງ, ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ​ທ​ິ​ຜົນ. ເປັນ​ຄັ້ງ​ທຳ​ອິດ​ທີ່ ຫວຽດ​ນາມ ​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ​ໃນປີ 2010 ໃນ​ຖາ​ນະ​ຕຳ​ແໜ່​ງ​ເປັນ​ປະ​ທານ​ ອາ​ຊຽນ. ຫຼັງ​ປີ 2010, ເຖິງວ່າບໍ່​​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ແລ້ວກໍ່​ຕາມ, ແຕ່ ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຕິດ​ຕາມ​ບັນ​ດາ​ຫົວ​ຂໍ້ ແລະ ສຸມ​ໃສ່​ເຂົ້າ​ໂຄງ​ການ​ດຳ​ເນີນ​ງານຂອງ G20.
        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດ່​ວານ​ຊວນ​ຮືງ ເນັ້ນ​ໜັກ​ວ່າ: ປີ 2017, ຫວຽດ​ນາມ ​ພັດໄດ້​​ຖືກ​ເຊີ​ນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ແລະ ກອງ​ປະ​ຊຸມ​ກ່ຽວ​ຂ້ອງ, ແຕ່​ດ້ວຍ​ຖາ​ນະ​ເປັນ​ປ​ະ​ທານ “ປີ APEC 2017”. ນີ້​ແມ່ນ​ຄວາມ​ເປັນ​ກຽດ​, ພ້ອ​ມ​ທັງ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ທີ່​ໄດ້ເຂົ້າ​ຮ່ວມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ວຽກ​ງານ​ສຳ​ຄັນ​ທົ່ວ​ໂລກ.
        ເມື່ອ​ເຕື້ອງ​ເຖິງກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20 ​ໃກ້ຈະ​ມາ​ເຖິງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດ່​ວານ​ຊວນ​ຮືງ ໃຫ້​ຮູ້​ວ່າ: ນ​ີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ຂອງ G20, ປະ​ກອບ​ສ່ວ​ນ​ຕັ້ງ​ໜ້າ​ກະ​ກຽມ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ເດືອນ 7/2017. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20. ຫວຽດ​ນາມ ຈະ​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ ຊຸກ​ຍູ້​ບັນ​ດາ​ບັນ​ຫາ​​ລວມ​ຂອງ​ສາ​ກົນ​ຄື: ເພີ່ມ​ທະ​ວີ​ກາ​ນ​ພົວ​ພັນ​ຮ່ວມ​ມື, ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຕາມ​ໂຄງ​ການ​ດຳ​ເນີນ​ງານ 2030 ຂອງ ສ​ປ​ຊ, ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ປັບ​ປຸງ​ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.
 (ແຫຼ່ງຄັດຈາກ VOV)

top