ຂ່າວສານ

ການພົບປະແລກປ່ຽນສິລະປະ“ໄມຕິຈິດມິດຕະພາບຫວຽດນາມ-ລາວ-ກຳປູເຈຍ”

      ຕອນຄ່ຳວັນທີ 17 ສິງຫາ, ກະຊວງຕຳຫລວດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກະຊວງພາຍໃນ ກຳປູເຈຍ ຈັດຕັ້ງລາຍການສະແດງສິລະປະ ດ້ວຍຫົວຂໍ້ “ໄມຕິຈິດມິດຕະພາບ ຫວຽດນາມ-ລາວ- ກຳປູເຈຍ”. 

ນັກສິລະປິນ ແລະ ແຂກຖືກເຊີນເຂົ້າຮ່ວມລາຍການ
ພາບ:anninhthudo.vn)
      ຄຳເຫັນທີ່ພິທີໄຂ, ທ່ານໂຕເລີມ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເນັ້ນຫນັກວ່າ ຫວຽດນາມ-ລາວ- ກຳປູເຈຍ ແມ່ນສາມປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ ມີສາຍພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ. ໂດຍຜ່ານການຜັນແປຂອງປະຫວັດສາດ, ສາຍພົວພັນຫວຽດນາມ-ລາວ,ຫວຽດນາມ- ກຳປູເຈຍ ນັບມື້ນັບສະຫນິດຕິດພັນ, ແຫນ້ນແຟ້ນກວ່າ, ເປັນເພື່ອນມິດ, ເພື່ອນຮ່ວມກົມກອງ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ເປັນອ້າຍນ້ອງທີ່ບໍລິສຸດຜຸດຜ່ອງ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮ່ວມມື, ສາມັກຄີ ແລະ ພັດທະນາ.
      ລາຍການສະແດງສິລະປະ ແມ່ນການເຄື່ອນໄຫວມີຄວາມໝາຍແທດຈິງ ເພື່ອສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ- ກຳປູເຈຍ, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ- ລາວ. ນີ້ກໍ່ແມ່ນໂອກາດເພື່ອພົບປະແລກປ່ຽນ, ແລກປ່ຽນບົດຮຽນ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ ກະຊວງຕຳຫລວດ ຫວຽດນາມ ກັບກະຊວງພາຍໃນ ກຳປູເຈຍ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໃນການປະຕິບັດຫນ້າທີ່ປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ກໍ່ສ້າງກຳລັງ.
(ແຫຼ່ງຄັດຈາກ VOV)
 

top