ຂ່າວສານ

ການພົບປະແລກປ່ຽນວັດທະນະທຳ ຫວຽດນາມ-ລາວ

      ເຫດການວັດທະນະທຳດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງ 10 ແຂວງ ຂອງຫວຽດນາມ ແລະ 10 ແຂວງ ຂອງລາວ ທີ່ຮ່ວມເສັ້ນຊາຍແດນ ຫວຽດນາມ-ລາວ.

ພາບປະກອບ
      ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ II ຈະຖືກດຳເນີນແຕ່ວັນທີ 5-7 ກໍລະກົດ ຢູ່ແຂວງເຊີນລາ. ເຫດການວັດທະນະທຳດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງ 10 ແຂວງ ຂອງຫວຽດນາມ ແລະ 10 ແຂວງ ຂອງລາວ ທີ່ຮ່ວມເສັ້ນຊາຍແດນ ຫວຽດນາມ-ລາວ. ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ ປະຈຳປີ 2017 ລວມມີ: ບັນດາການເຄື່ອນໄຫວວັດທະນະທຳ, ສິນລະປະ, ວັນນະຄະດີ ມະຫາຊົນ, ການເຄື່ອນໄຫວກິລາ, ການເຄື່ອນໄຫວທ່ອງທ່ຽວ ແລະ ງານວາງສະແດງວັດທະນະທຳທີ່ມີສີສັນເປັນເອກະລັກຂອງບັນດາເຜົ່າ.
 (ແຫຼ່ງຄັດຈາກ VOV)


top