ຂ່າວສານ

ການພົບປະແລກປ່ຽນບັນດານັກການທູດໜຸ່ມ ອາຊຽນ 2020

      ແຕ່ວັນທີ 18 – 20 ທັນວາ, ຢູ່ມາຍເຈົາ, ຮ່ວາບິ່ງ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ຈັດລາຍການພົບປະແລກປ່ຽນນັກທູດໜຸ່ມ ອາຊຽນ 2020.

ທ່ານ ບຸຍກວາງຮຸຍ, ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມ, ປະທານສະມາຄົມນັກສຶກສາ ຫວຽດນາມ ກ່າວຄຳເຫັນທີ່ລາຍການ
      ເຂົ້າຮ່ວມລາຍການມີບັນດານັກການທູດໜຸ່ມ, ບັນດາພະນັກງານສະຖານທູດ ອາຊຽນປະຈຳຫວຽດນາມ ດ້ວຍເປົ້າໝາຍຢາກ ເຫັນບັນດາກຸ່ມເປົ້າໝາຍຊາວໜຸ່ມເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມື ຊາວໜຸ່ມອາຊຽນເປັນຫຼາຍຮູບແບບ, ເປີດກ້ວາງເຄືອຂ່າຍລະຫວ່າງບັນດານັກການທູດໜຸ່ມອາຊຽນຢູ່ຫວຽດນາມ, ເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າໃຈລວມ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບອາຊຽນໃຫ້ແກ່ຊາວໜຸ່ມ ແລະ ປະຊາຊົນອາຊຽນ.
            ກ່າວຄຳເຫັນທີ່ລາຍການ, ທ່ານ ບຸຍກວາງຮຸຍ, ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມ, ປະທານສະມາຄົມນັກສຶກສາ ຫວຽດນາມສະແດງຄວາມເຊື່ອໝັ້ນວ່າ ບັນດາຜູ້ແທນການທູດໜຸ່ມ ອາຊຽນ ຈະພ້ອມກັນປະກອບສ່ວນເພື່ອສ້າງສາ ອາຊຽນ ກາຍເປັນປະຊາຄົມທີ່ມີວັດທະນາຖາວອນ ຖືກຕ້ອງກັບຄຳຂວັນລວມຂອງ ອາຊຽນ “ວິໄສທັດດຽວ, ມີສີສັນດຽວ, ປະຊາຄົມດຽວ”
(ແຫຼ່ງຄັດຈາກ VOV)


top