ຂ່າວສານ

ການພົບປະເຈລະຈາລະຫວ່າງ ຍີ່ປຸ່ນ ແລະ ອາເມລິກາ ຄັ້ງທຳອິດໃນຍຸກສະໄໝ Reiwa

      ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ, ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ, ຫລັງຈາກນັ້ນ ຈະດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.


ທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ:CNN)
      ບັນດາບັນຫາທີ່ຈະສຸມໃສ່ປຶກສາຫາລືທີ່ການພົບປະເຈລະຈາຄັ້ງນີ້ ແມ່ນການພົວພັນດ້ານການຄ້າລະຫວ່າງ 2 ປະເທດ ແນໃສ່ມຸ່ງໄປເຖິງການລົງນາມໃນສັນຍາການຄ້າ ຍີ່ປຸ່ນ - ອາເມລິກາ ສະບັບໃໝ່. ໃນນັ້ນ, ບັນຫາໃຫຍ່ສຸດແມ່ນ ອັດຕາພາສີຂອງຜະລິດຕະພັນກະເສດ ແລະ ຊີ້ນງົວ, ລົດໂອໂຕຂອງ ຍີ່ປຸ່ນ ສົ່ງອອກໄປຍັງ ອາເມລິກາ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານປະທານາທິບໍດີ ອາເມລິກາ ຈະປຶກສາຫາລືບັນດາມາດຕະການ ແນໃສ່ຊຸກຍູ້ການດຳເນີນບັນດາການເຈລະຈາດ້ານການຄ້າລະຫວ່າງ 2 ຝ່າຍຢ່າງວ່ອງໄວ ມຸ່ງໄປເຖິງການດັດປັບດຸນການຄ້າລະຫວ່າງ 2 ຝ່າຍ.
        ວົງການນັກໄຈ້ແຍກຖືວ່າ: ບັນດາບັນຫາລະຫວ່າງ 2 ປະເທດ ຈະສືບຕໍ່ໄດ້ຮັບການແກ້ໄຂ, ເຖິງຢ່າງໃດກໍ່ຕາມ ການຮ່ວມມືດ້ານການຄ້າລະຫວ່າງ 2 ປະເທດ ບໍ່ອາດແກ້ໄຂໃນການພົບປະເຈລະຈາຄັ້ງນີ້ໄດ້.
 (ແຫຼ່ງຄັດຈາກ VOV)


top