ຂ່າວສານ

ການພົບປະເຈລະຈາດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕາລີ

ໃນນັ້ນ, ສຸມໃສ່ເຂົ້າບັນດາຂົງເຂດຈຸດສຸມຄື ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ ແລະ ບັນດາກົນໄກປຶກສາຫາລືທີ່ພວມຜັນຂະຫຍາຍ...
  ການພົບປະເຈລະຈາລະຫວ່າງສອງຝ່າຍ  

ຕອນເຊົ້າວັນທີ 25 ພະຈິກ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານພິທີຕ້ອນຮັບທາງການ ແລະ ການພົບປະເຈລະຈາກັບທ່ານ Richard Donald Marles, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ.

ທີ່ການພົບປະເຈລະຈາ, ໄປຄຽງຄູ່ກັບການຕີລາຄາສະພາບການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດໃນໄລຍະຜ່ານມາ, ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືປ້ອງກັນຊາດໃຫ້ມີປະສິດທິຜົນ, ຮັບປະກັນໃຫ້ເໝາະສົມກັບການພົວພັນຂອງສອງປະເທດໃນໄລຍະແຫ່ງການພັດທະນາໃໝ່. ໃນນັ້ນ, ສຸມໃສ່ເຂົ້າບັນດາຂົງເຂດຈຸດສຸມຄື ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ ແລະ ບັນດາກົນໄກປຶກສາຫາລືທີ່ພວມຜັນຂະຫຍາຍ; ຊຸກຍູ້ການຮ່ວມມືບຳລຸງສ້າງ; ເສນາຮັກ, ຮ່ວມມືການທະຫານ, ເຫຼົ່າຮົບ, ເຫຼົ່າທັບ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງມີປະສິດທິດຜົນ; ຄົ້ນຄ້ວາຄວາມສາມາດເປີດກ້ວາງການຮ່ວມມືໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການ. ກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ຫວຽດນາມ ສະເໜີໃຫ້ ອົດສະຕາລີ ໜູນຊ່ວຍຍົກສູງກຳລັງຄວາມສາມາດຂອງສູນຝຶກແອບຮັກສາສັນຕິພາບ ຫວຽດນາມ; ສະໜັບສະໜູນ ຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າບັນດາຕຳແໜ່ງຂັ້ນສູງຂອງຄະນະປະຕິບັດງານ ແລະ ຢູ່ສຳນັກງານ ສປຊ.


top