ຂ່າວສານ

ການພົບປະເຈລະຈາຂັ້ນສູງລະຫວ່າງການນຳກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນອາເມລິກາ

ໃນຂອບເຂດການໄປຢ້ຽມຢາມອາເມລິກາ, ວັນທີ 23/4 ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງວໍຊິງຕັນ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ Davis Bernhardt ລັດຖະມົນຕີກະຊວງພາຍໃນອາເມລິກາ.
ທີ່ການພົບປະເຈລະຈາຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເນັ້ນໜັກວ່າ: ພາຍຫລັງເກືອບ ¼ ສະຕະວັດນັບແຕ່ເມື່ອຫັນການພົວພັນລະຫວ່າງຫວຽດນາມ-ອາເມລິກາ ເປັນປົກກະຕິນັ້ນ, ການພົວພັນລະຫວ່າງສອງປະເທດມີບາດກ້າວພັດທະນາໃໝ່ທັງລວງກວ້າງ ແລະ ລວງເລິກໃນທຸກຂົງເຂດ: ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ວັດທະນະທຳ-ການສຶກສາ, ການທ່ອງທ່ຽວ, ວິທະຍາສາດເຕັກນິກ, ມະນຸດສະທຳ.

ທີ່ການພົບປະເຈລະຈາ

ທ່ານລັດຖະມົນຕີໂຕເລິມ ເນັ້ນໜັກວ່າ: ຍາມໃດຫວຽດນາມ ກໍ່ຖືອາເມລິກາ ເປັນໜື່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າແລະ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ, ເພື່ອຜົນປະໂຫຍດຂອງສອງປະເທດ, ປະກອບສວ່ນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

   ໃນໂອກາດນີ້, ທ່ານລັດຖະມົນຕີໂຕເລິມ ແລະ ທ່ານລັດຖະມົນຕີ Davis Bernhardt ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຕ້ານການຊື້ຂາຍພືດ, ສັດປ່າຫາຍາກ ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນອາເມລິກາ ຊື່ງຖືກຖືວ່າແມ່ນປະຖົມປັດໄຈອັນສຳຄັນ, ປະກອບສ່ວນຫັນກົນໄກເປັນລະບອບລະບຽບການ ເພື່ອໃຫ້ສອງຝ່າຍຊຸກຍູ້ການເຄື່ອນໄຫວຮ່ວມມືກ່ວາອີກ, ພ້ອມກັນຕໍ່ສູ້ກັບອາດຊະຍາກຳປະເພດນີ້ຢ່າງມີປະສິດທິຜົນ./.

(ແຫຼ່ງຄັດຈາກ VOV)



top