ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດປັນຍາປະດິດ (AI), ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ ແລະ ການຫັນເປັນດີຈີຕອນ.
ທີ່ການພົບປະສົນທະນາ
(ພາບ: TTXVN)
ຕອນບ່າຍວັນທີ 22 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ແລະ ພັນລະຍາ ທີ່ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ.
ນີິ້ແມ່ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຄັ້ງທຳອິດຂອງ ທ່ານປະທານາທິບໍດີ Lee Jae Myung, ພາຍຫຼັງສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ບູລະນະກົງຈັກການນຳລັດສຳເລັດສົມບູນ.
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Lee Jae Myung ໄດ້ດຳເນີນການພົບປະສົນທະນາ.
ທີ່ການພົບປະສົນທະນາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Lee Jae-Myung ປະທານາທິບໍດີ ສ.ເກົາຫຼີ ໄດ້ເປັນເອກະພາບຫຼາຍເນື້ອໃນຮ່ວມມືສຳຄັນ, ໃນນັ້ນມີເລື່ອງສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 150 ຕື້ USD ໃນປີ 2030.
ທ່ານປະທານາທິບໍດີ Lee Jae-Myung, ປາດຖະໜາວ່າ ສ.ເກົາຫຼີ ຈະສວມບົດບາດແກ່ນສານໃນວິວັດການພັດທະນາອະນາຄົດຂອງ ຫວຽດນາມ. ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດປັນຍາປະດິດ (AI), ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ ແລະ ການຫັນເປັນດີຈີຕອນ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ເອົາໃຈໃສ່ໜູນຊ່ວຍການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຄົມຢູ່ແຕ່ລະປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ປະເທດຂອງກັນ… ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ ສ.ເກົາຫຼີ ຕັ້ງໜ້າໜູນຊ່ວຍ ຫວຽດນາມ ພັດທະນາຂະແໜງອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ, ແບ່ງປັນບົດຮຽນການໂຄສະນາການທ່ອງທ່ຽວ, ແລກປ່ຽນກ່ຽວກັບການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ.
ພາຍຫຼັງການພົບປະສົນທະນາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກການຮ່ວມມື (MOU) ລະຫວ່າງ ຫວຽດນາມ - ສ.ເກົາຫຼີ 12 ສະບັບ.