ຂ່າວສານ

ການພົບປະຄັ້ງຕ່າງໆລະຫວ່າງການນຳຂັ້ນສູງອາຊຽນ ຢູ່ນອກກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34

      ວັນທີ 22 ມິຖຸນາ, ຢູ່ບາງກອກ ປະເທດໄທ, ໄດ້ຈັດການພົບປະລະຫວ່າງການນຳຂັ້ນສູງອາຊຽນ ກັບຜູ້ຕາງໜ້າສະພາລະຫວ່າງລັດຖະສະພາອາຊຽນ (ASEAN-AIPA), ສະພາທີ່ປຶກສາດຳເນີນທຸລະກິດອາຊຽນ (ASEAN-BAC), ແລະ ຜູ້ຕາງໜ້າລຸ້ນໜຸ່ມອາຊຽນ (ASEAN Youth) ເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34.

ການພົບປະ ASEAN-BAC (ພາບ: TTXVN)
      ທີ່ການພົບປະ ASEAN-AIPA, ບັນດາປະເທດເຫັນດີເປັນເອກະສັນຈະຊຸກຍູ້ການຮ່ວມມື ASEAN-AIPA ເພື່ອຈຸເປົ້າໝາຍປະຕິບັດບັນດາແຜນການສັງລວມໃນທັງ 3 ເສົາຄ້ຳໃຫ້ສຳເລັດ. ບັນດາຜູ້ແທນໄດ້ຍົກອອກຂໍ້ສະເໜີແນະຂອງ ASEAN-AIPA ກ່ຽວກັບການຊຸກຍູ້ການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັກສາສິ່ງແວດລ້ອມ, ຕ້ານການກໍ່ການຮ້າຍ, ສິດສະເໝີພາບລະຫວ່າງຍິງ-ຊາຍ…ເພື່ອແນໃສ່ເປົ້າໝາຍສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ສາມັກຄີ.
  ທີ່ການພົບປະກັບຜູ້ຕາງໜ້າລຸ້ນໜຸ່ມອາຊຽນ, ບັນດາການນຳໄດ້ຮັບຟັງບັນດາຄຳເຫັນ, ຄວາມສົນໃຈ ແລະ ຄວາມຕ້ອງການຂອງລຸ້ນໜຸ່ມຕໍ່ການສຶກສາຄຸນນະພາບສູງ, ຮັກສາສິ່ງແວດລ້ອມ ແລະ ການພັດທະນາຢ່າງທົ່ວເຖິງ, ສ້າງກາລະໂອກາດຕື່ມອີກໃຫ້ແກ່ການເລີ່ມຕົ້ນດຳເນີນທຸລະກິດ, ການສອນວິຊາຊີບ….

ການພົບປະ ASEAN Youth (ພາບ: TTXVN)
      ທີ່ການພົບປະ ASEAN-BAC, ບັນດາການນຳໄດ້ຮັບຮູ້ຂໍ້ສະເໜີຕ່າງໆຂອງ ASEAN-BAC ກ່ຽວກັບການນຳໃຊ້ເຕັກໂນໂລຊີ ດີຢີຕອນ, ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ຫັນການຄ້າເປັນສະດວກ, ຫັນການບໍລິການການເງິນເປັນເສລີ, ພັດທະນານະຄອນທັນສະໄໝ, ພັດທະນາກະສິກຳ, ການທ່ອງທ່ຽວ….
  ທີ່ບັນດາການພົບປະເຫຼົ່ານັ້ນ, ຕາງໜ້າລັດຖະບານຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ໄດ້ຕີລາຄາສູງການປະກອບສ່ວນອັນແທດຈິງຂອງ AIPA, ASEAN-BAC ແລະ ລຸ້ນໜຸ່ມອາຊຽນ ພ້ອມທັງປາດຖະໜາຢາກໃຫ້ບັນດາພາກສ່ວນນີ້ ສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບຂອງຕົນກ່ວາອີກ ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ລະດັບຄວາມຮູ້, ການຮ່ວມມື ແລະ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອແນໃສ່ສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ, ມຸງໄປສູ່ປະຊາຊົນ, ຖືເອົາປະຊາຊົນເປັນໃຈກາງ.
 (ແຫຼ່ງຄັດຈາກ VOV)
 
 

top