ຂ່າວສານ

ການພັດທະນາແບບຍືນຍົງຢູ່ເຂດທົງພຽງແມ່ນຳ້ຂອງທາງພາກໃຕ້ຂອງ ຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

      ໃນ 2 ວັນ ແຕ່ວັນທີ 26-27 ກັນຍາ, ຢູ່ນະຄອນເກີ່ນເທີຈະດຳເນີນກອງປະຊຸມກ່ຽວກັບການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ຂອງ ຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: vietnamnet)
      ນີ້ແມ່ນເຫດການໃຫຍ່ກ່ຽວກັບການພັດທະນາແບບຍືນຍົງ, ເພື່ອຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດທີ່ໄດ້ຈັດຕັ້ງເປັນຄັ້ງທຳອິດຢູ່ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ຂອງ ຫວຽດນາມ ໂດຍ ທ່ານນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານ. ກອງປະຊຸມຄາດຄະເນວ່າຈະດຶງດູດການເຂົ້າຮ່ວມຂອງຜູ້ແທນ 500 ທ່ານ ຈາກບັນດາອົງການ, ກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຄົ້ນຄວ້າ ແລະ ບັນດາອົງການຈັດຕັ້ງພາຍໃນປະເທດ ແລະ ຕ່າງປະເທດ.
 ອີງຕາມໝາກຜົນກອງປະຊຸມນີ້, ລັດຖະບານຈະປະກາດໃຊ້ມະຕິກ່ຽວກັບການຫັນປ່ຽນ ຮູບແບບພັດທະນາແບບຍືນຍົງ, ເພື່ອແນໃສ່ພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຂອງ ຫວຽດນາມ ດ້ວຍວິໄສທັດຮອດປີ 2020.
(ແຫຼ່ງຄັດຈາກ VOV)

top