ຂ່າວສານ

ການຝຶກແອບລວມໝູ່ພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອນພາກໃຕ້ ຫວຽດນາມ

ເຂົ້າຮ່ວມການຝຶກແອບລວມໝູ່ການເດີນຂະບວນສວນສະໜາມ ມີ 38 ກຸ່ມຂອງກຳລັງປະກອບອາວຸດ (ກອງທັບ, ຕຳຫຼວດ)
  (ການຝຶກແອບລວມໝູ່ການເດີນຂະບວນສວນສະໜາມ)  

ຕອນຄ່ຳວັນທີ 22 ເມສາ, ຢູ່ເສັ້ນທາງ ເລຢວັນ, ເມືອງ 1, ນະຄອນ ໂຮ່ຈີມິນ, ອະນຸກຳມະການເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ໄດ້ຈັດການຝຶກແອບຄັ້ງສຸດທ້າຍກ່ອນທີ່ດຳເນີນການສະຫຼຸບເບື້ອງຕົ້ນ ແລະ ການສະຫຼຸບຂັ້ນລັດ.

ເຂົ້າຮ່ວມການຝຶກແອບລວມໝູ່ການເດີນຂະບວນສວນສະໜາມ ມີ 38 ກຸ່ມຂອງກຳລັງປະກອບອາວຸດ (ກອງທັບ, ຕຳຫຼວດ), ກຸ່ມເດີນຂະບວນສວນສະໜາມຂອງກຳລັງປະກອບອາວຸດປະຊາຊົນ ລາວ ແລະ ກອງທັບລາຊະອານາຈັກ ກຳປູເຈຍ ແລະ 12 ກຸ່ມເດີນຂະບວນສວນສະໜາມທີ່ຕາງໜ້າໃຫ້ບັນດາອົງການຈັດຕັ້ງມະຫາຊົນ. ເປັນຄັ້ງທຳອິດ, ໃນການຝຶກແອບລວມໝູ່ ໄດ້ຈັດລາຍການສະແດງສິລະປະລວມໝູ່ຂ່ຳນັບຊົມເຊີຍ ດ້ວຍການເຂົ້າຮ່ວມຂອງນັກສະແດງກວ່າ 1.000 ຄົນ.

ພິທີເດີນຂະບວນສວນສະໜາມຈັດຂຶ້ນຢ່າງເປັນທາງການໃນເວລາ 06 ໂມງ 30 ນາທີ, ວັນທີ 30 ເມສາ, ດ້ວຍການເຂົ້າຮ່ວມຂອງ 13.000 ຄົນ.


top