ຂ່າວສານ

ການຜະລິດອຸດສາຫະກຳ ຫວຽດນາມ ສືບຕໍ່ມີສັນຍານເປັນໜ້າຊື່ນຊົມ ໃນ 2 ເດືອນຕົ້ນປີ 2022

ຄິດໄລ່ລວມແລ້ວ 2 ເດືອນຕົ້ນປີ 2022, ດັດຊະນີການຜະລິດໃນທົ່ວຂະແໜງອຸດສາຫະກຳໄດ້ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
  (ພາບປະກອບ: hanoimoi.com.vn)  

 ຕາມຕົວເລກຈາກກົມໃຫຍ່ສະຖິຕິຫາກໍ່ປະກາດ, ການຜະລິດອຸດສາຫະກຳໃນເດືອນ ກຸມພາ 2022 ຂອງ ຫວຽດນາມ ສືບຕໍ່ມີສັນຍານເປັນໜ້າຊື່ນຊົມ ດ້ວຍລະດັບເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຄິດໄລ່ລວມແລ້ວ 2 ເດືອນຕົ້ນປີ 2022, ດັດຊະນີການຜະລິດໃນທົ່ວຂະແໜງອຸດສາຫະກຳໄດ້ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ມີກຸ່ມ, ຂະແໜງການຈຳນວນໜຶ່ງຢັ້ງຢືນການເພີ່ມຂຶ້ນ ລວມມີ ການປຸ່ງແຕງ, ການປະດິດສ້າງ, ການຜະລິດ ແລະ ຈຳໜ່າຍໄຟຟ້າ, ການສະໜອງນ້ຳ, ການເຄື່ອນໄຫວຄຸ້ມຄອງ ແລະ ບຳບັດສິ່ງເສດເຫຼືອ, ນ້ຳເປື້ອນ…

ໄລ່ລວມແລ້ວ 2 ເດືອນຕົ້ນປີ 2022, ທົ່ວປະເທດມີວິສາຫະກິດເກືອບ 20.300 ແຫ່ງ ຈົດທະບຽນສ້າງຕັ້ງໃໝ່ ດ້ວຍຍອດທຶນຈົດທະບຽນ 277.600 ຕື້ດົ່ງ.


top