ຂ່າວສານ

ການປ່ອນບັດເລືອກຕັ້ງ ອາເມລິກາ 2020: ລັດ ນິວຢອກ ເລື່ອນວັນເວລາຈັດຕັ້ງການປ່ອນບັດຂັ້ນຮາກຖານ ຍ້ອນໂລກລະບາດໂຄວິດ - 19

      ທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ພວມນໍາໜ້າ ເມື່ອຍາດໄດ້ 1.217 ບັດ ຂອງຜູ້ແທນເຂົ້າຮ່ວມກອງປະຊຸມອອກສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ, ເຊິ່ງຄາດວ່າ ຈະດໍາເນີນໃນເດືອນກໍລະກົດຈະມາເຖິງ. 

ລັດ  ນິວຢອກ  (ພາບປະກອບ: THX/TTXVN)
      ວັນທີ 28 ມີນາ, ທ່ານ Andrew Cuomo ຜູ້ວ່າການລັດ ນິວຢອກ ໄດ້ປະກາດກ່ຽວກັບການເລື່ອນວັນເວລາຈັດຕັ້ງການປ່ອນບັດຂັ້ນຮາກຖານ ກະກຽມໃຫ້ແກ່ການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີ 2020 ຢູ່ລັດດັ່ງກ່າວ ເຊິ່ງຄາດວ່າຈະດໍາເນີນໃນວັນວັນທີ 28 ເມສານີ້ ໄປຮອດວັນທີ 23 ມິຖຸນາ, ຍ້ອນການຜັນແປຢ່າງສັນສົນຂອງໂລກລະບາດໂຄວິດ - 19.
        ສ່ວນ 10 ລັດ ຍັງເຫຼືອຂອງ ອາເມລິກາ, ລວມທັງເຂດນອກປະເທດ Puerto Rico ກໍໄດ້ປະກາດເລື່ອນວັນເວລາຈັດຕັ້ງການປ່ອນບັດເລືອກຕັ້ງຂັ້ນຮາກຖານໄວ. ຍັງມີບາງລັດ ໄດ້ຫັນປ່ຽນຮູບແບບດໍາເນີນການປ່ອນບັດ ຜ່ານການຝາກຈົດໝາຍທາງໄປສະນີ.
        ໃນຈຸດເວລານີ້, ທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ພວມນໍາໜ້າ ເມື່ອຍາດໄດ້ 1.217 ບັດ ຂອງຜູ້ແທນເຂົ້າຮ່ວມກອງປະຊຸມອອກສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ, ເຊິ່ງຄາດວ່າ ຈະດໍາເນີນໃນເດືອນກໍລະກົດຈະມາເຖິງ, ໃນຂະນະນັ້ນ, ຄູ່ແຂ່ງ ທ່ານສະມາຊິກສະພາສູງ Bernie Sanders ບັນລຸໄດ້ແຕ່ 914 ບັດ ເທົ່ານັ້ນ. ຕາມຂໍ້ກໍານົດແລ້ວ, ເພື່ອໄດ້ຮັບການສະເໜີເປັນຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕນັ້ນ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຕ້ອງບັນລຸໄດ້ 1.991 ບັດ. 
 (ແຫຼ່ງຄັດຈາກ VOV)


top