ວັນທີ 13 ຕຸລາ, ທະຫານປະສົມໂດຍ ອາຣັບບິ ຊາອຸດິ ນຳພາ ໄດ້ດຳເນີນການບຸກໂຈມຕີທາງອາກາດເລັ່ງໃສ່ຮາກຖານນຳ້ມັນບໍ່ຢູ່ Al-Sabaha, ທາງທິດຕາເວັນຕົກ ນະຄອນຫຼວງ Sanaa ຂອງ Yemen.
ບັນດາມືປືນ Houthi ຢູ່ Sanaa, Yemen (ພາບ: ຊິນຮວາ/VNA)
ການກະທຳນີ້ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສອງຝ່າຍເພີ່ມຂຶ້ນ ໃນສະພາບການທີ່ບັນດາການບຸກໂຈມຕີເລັ່ງໃສ່ສະໜາມບິນ ແລະ ຮາກຖານພະລັງງານຍັງເກີດຂຶ້ນຢູ່.
ທ່ານ Yahya Saree, ໂຄສົກດ້ານການທະຫານຂອງ Houthi ກ່າວເຕືອນວ່າ ອາຣັບບິ ຊາອຸດິ ຈະຕ້ອງໄດ້ຮັບການໂຕ້ຕອບຖ້າດຳເນີນການບຸກໂຈມຕີ Sanaa. ພ້ອມນັ້ນ, ກໍ່ຖະແຫຼງວ່າ ບັນດາຮາກຖານນຳ້ມັນບໍ່ຂອງກຸ່ມບໍລິສັດ Aramco ແມ່ນເປົ້າໝາຍທີ່ຖືກຕ້ອງຕາມກົດໝາຍ, ພ້ອມທັງໄດ້ເວົ້າເຖິງຊື່ສຳນັກງານ Aramco ຢູ່ Damman, ສະໜາມບິນສາກົນ King Khalid ຢູ່ Riyadh ແລະ ໂຮງງານກັ່ນຕອງນຳ້ມັນ Riyadh ແມ່ນບັນດາສະຖານທີ່ອາດສາມາດຖືກບຸກໂຈມຕີ.
ກ່ອນໜ້ານັ້ນ, ບັນດາການບຸກໂຈມຕີໂດຍກຳລັງ Houthi (Yemen) ປະຕິບັດເລັ່ງໃສ່ສະໜາມບິນ Riyadh ໄດ້ກໍ່ຄວາມລົ້ມຫາຍຕາຍຈາກຫຼວງຫຼາຍ. ຕາມແຫຼ່ງຂ່າວສາກົນແລ້ວ, ການບຸກໂຈມຕີໃນວັນທີ 10 ຕຸລາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ ແລະ ກ່ວາ 300 ຄົນຖືກບາດເຈັບ; ວັນທີ 11 ຕຸລາ, ມີວັດຖຸໜຶ່ງຕົກໃສ່ສະຖານີແຫ່ງໜຶ່ງ ເຮັດໃຫ້ 1 ຄົນເສຍຊີວິດ ແລະ 11 ຄົນຖືກບາດເຈັບ. ການເຄື່ອນໄຫວການບິນຢູ່ສະໜາມບິນຈຳນວນໜຶ່ງໃນ ອາຣັບບິ ຊາອຸດິ ຖືກຢຸດສະງັກ.